ລະກິເລດ ຕັນຫາໄດ້ ຄືລະເບັນຈະຂັນໄດ້

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄວາມພໍໃຈ (ສັນທະ) ກໍດີ ຄວາມກໍາຫນັດ (ຣາຄະ) ກໍດີ ຄວາມເພີນ (ນັນທິ) ກໍດີ ຕັນຫາກໍດີ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ໃນວິນຍານ ໃດໆ, ພວກເຈົ້າທັງຫຼາຍ ຈົ່ງລະກິເລສນັ້ນໆເສຍ. ດ້ວຍການເຮັດເຊັ່ນນີ້ ຮູບ ເວທະນາ ສັນຍາ ສັງຂາຣທັງຫຼາຍ ວິນຍານ ນັ້ນໆ ຈະເປັນສິ່ງທີ່ພວກເຈົ້າ ລະໄດ້ແລ້ວ ເປັນສິ່ງທີ່ມີມູນຮາກອັນຕັດເສຍແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ອີກຕໍ່ໄປ.
- ຂັນທະ. ສັງ. ໑໗/໒໓໖/໓໗໕.

ຣາທະ ! ຄວາມພໍໃຈກໍດີ ຄວາມກໍາໜັດກໍດີ ຄວາມເພີນກໍດີ ຕັນຫາກໍດີ ອຸປາຢະ (ກິເລສເປັນເຫຕໃຫ້ເຂົ້າໄປສູ່ພົບ) ກໍດີ ແລະອຸປາທານກໍດີ ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານໃດໆ; ພວກເຈົ້າທັງຫຼາຍ ຈົ່ງລະກິເລສນັ້ນໆ ເສຍ. ດ້ວຍການເຮັດເຊັ່ນນີ້ ຮູບ ເວທະນາ ສັນຍາ ສັງຂາຣທັງຫຼາຍ ວິນຍານນັ້ນໆ ຈະເປັນສິ່ງທີ່ພວກເຈົ້າລະໄດ້ແລ້ວ ເປັນສິ່ງທີ່ມີມູນຮາກ ອັນຕັດຂາດເສຍແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ ອີກຕໍ່ໄປ.
- ຂັນທະ. ສັງ. ໑໗/໒໓໗/໓໗໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ