ກາຍນີ້ເປັນກຳເກົ່າ

ກຳ

0:00/0:00
ພິກຂຸທັງຫຼາຍ ! ກາຍນີ້ ບໍ່ແມ່ນຂອງເຈົ້າທັງຫຼາຍ ແລະທັງບໍ່ແມ່ນຂອງບຸກຄົນເຫຼົ່າອື່ນ.

ພິກຂຸທັງຫຼາຍ ! ກັມເກົ່າ (ກາຍ) ນີ້ ອັນເຈົ້າທັງຫຼາຍ ຈົ່ງເຫັນວ່າເປັນສິ່ງທີ່ປັຈຈັຍປຸງແຕ່ງຂຶ້ນ (ອະພິສັງຂະຕະ), ເປັນສິ່ງທີ່ປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ (ອະພິສັນເຈຕະຢິຕະ), ເປັນສິ່ງທີ່ມີຄວາມຮູ້ສຶກຕໍ່ອາຣົມໄດ້ (ເວທະນີຢະ).

ພິກຂຸທັງຫຼາຍ ! ໃນກໍລະນີຂອງກາຍນັ້ນ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມເຮັດໄວ້ໃນໃຈໂດຍລະອຽດເປັນຢ່າງດີ ຊຶ່ງ ປະຕິຈຈະສະມຸບບາດ ນັ້ນແລ ດັ່ງນີ້ວ່າ “ດ້ວຍອາການເຊັ່ນນີ້ :
ເພາະສິ່ງນີ້ມີ, ສິ່ງນີ້ຈຶ່ງມີ;
ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້, ສິ່ງນີ້ຈຶ່ງເກີດຂຶ້ນ
ເພາະສິ່ງນີ້ບໍ່ມີ, ສິ່ງນີ້ຈຶ່ງບໍ່ມີ;
ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ :
ໄດ້ແກ່ສິ່ງເຫຼົ່ານີ້ ຄື
ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;
ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;

ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ;
ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ;
ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ;
ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ;
ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ;
ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ;
ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ;
ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ;
ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການດັ່ງນີ້.

ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນ ນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ, ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ;... ໆລໆ... ໆລໆ... ໆລໆ... ເພາະມີຄວາມດັບແຫ່ງຊາຕ ນັ້ນແລ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການເຊັ່ນນີ້ ດັ່ງນີ້ ແລ.

ນິທານ. ສັງ. ໑໖/໗໗/໑໔໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ