ພຣະໂສດາບັນເປັນຜູ້ບໍຣິບູນໃນສີນ (ປາຕິໂມກ) ໄດ້ພໍປະມານໃນສະມາທິ ແລະ ປັນຍາ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ສິກຂາບົດຮ້ອຍຫ້າສິບສິກຂາບົດນີ້ຍ່ອມມາສູ່ອຸດເທສ (ການຍົກຂຶ້ນສະແດງໃນທ່າມກາງສົງຄ໌) ທຸກເຄິ່ງແຫ່ງເດືອນຕາມລຳດັບ ອັນກຸນລະບຸຕຜູ້ປາຖນາປະໂຍຊນ໌ ພາກັນສຶກສາຢູ່ໃນສິກຂາບົດເຫຼົ່ານັ້ນ.
ພິກຂຸທັງຫຼາຍ ! ສິກຂາສາມຢ່າງເຫຼົ່ານີ້ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ.
ສິກຂາສາມຢ່າງນັ້ນເປັນແນວໃດໜໍ ? ຄື: -
ອະທິສີລະສິກຂາ
ອະທິຈິຕຕະສິກຂາ
ອະທິປັນຍາສິກຂາ
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງແຫ່ງສິກຂາບົດທັງປວງນັ້ນ.
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ເປັນຜູ້ຝຶກໃຫ້ບໍຣິບູນໃນສີລ ຝຶກພໍປະມານໃນສະມາທິ ຝຶກພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍ໑ ແດ່ ແລະຕ້ອງອອກຈາກອາບັຕເລັກນ້ອຍເຫຼົ່ານັ້ນດ້ວຍ.
ຂໍ້ນັ້ນເພາະເຫຕໃດໜໍ ?
ຂໍ້ນັ້ນເພາະເຫຕວ່າບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈັກເກີດຂຶ້ນ ເພາະເຫຕສັກວ່າການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັຕເລັກນ້ອຍເຫຼົ່ານີ້.
ສ່ວນສິກຂາບົດເຫຼົ່າໃດທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ໒ ທີ່ເໝາະສົມແກ່ພຣົມມະຈັນ, ເຂົາເປັນຜູ້ມີສີລ ຢັ້ງຢືນ ມີສີລໝັ້ນຄົງໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ.
໑. ສິກຂາບົດເລັກນ້ອຍ ຄື ອະພິສະມາຈາຣິກາສິກຂາ ເປັນສິກຂາບົດ
ທີ່ບັນຍັຕ ເພື່ອໃຫ້ເກີດຄວາມເຫຼື້ອມໃສແກ່ຄົນທີ່ຍັງບໍ່ເຫຼື້ອມໃສ
ແລະເຫຼື້ອມໃສຍິ່ງເກີດຂຶ້ນແກ່ຄົນທີ່ເຫຼື້ອມໃສແລ້ວ.
໒. ສິກຂາບົດເຫຼົ່າໃດທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຄືສິກຂາບົດປາຕິໂມກຂ໌.
ພິກຂຸນັ້ນ ເພາະຄວາມດັບສິ້ນໄປຮອບແຫ່ງສັງໂຍຊນ໌ສາມເປັນໂສດາບັນ ເປັນຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງຕໍ່ພຣະນິບພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ