ປຸຖຸຊົນຄືຜູ້ທີ່ຍັງບໍ່ຮູ້ຈັກນິບພານ
ທໍາໃນເບື້ອງຕົ້ນ
ພິກຂຸ ທ. ! ປຸຖຸຊົນໃນໂລກນີ້ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນບັນດາພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນໝູ່ສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ, ຍ່ອມເຂົ້າໃຈນິພພານ ໂດຍຄວາມເປັນນິພພານ; ເມື່ອເຂົ້າໃຈ ນິພພານ ໂດຍຄວາມເປັນນິພພານແລ້ວ, ຍ່ອມໝາຍໝັ້ນຊຶ່ງນິພພານ; ຍ່ອມໝາຍໝັ້ນໃນ ນິພພານ; ຍ່ອມໝາຍໝັ້ນໂດຍຄວາມເປັນ ນິພພານ; ຍ່ອມໝາຍໝັ້ນວ່າ ນິພພານເປັນຂອງເຮົາດັ່ງນີ້. ເຂົາຍ່ອມເພີດເພີນຍິ່ງຕໍ່ນິພພານ. ຂໍ້ນັ້ນເພາະເຫຕໃດໜໍ ?
ເຮົາຂໍຕອບວ່າ “ເພາະວ່ານິພພານເປັນສິ່ງທີ່ປຸຖຸຊົນນັ້ນຍັງບໍ່ໄດ້ຮູ້ຮອບ” ດັ່ງນີ້ແລ.
- ມູ. ມ. ໑໒/໕/໒.
໑. ທີ່ວ່າ “ຈະບໍ່ໝາຍໝັ້ນ” ໃນບ່ອນນີ້ນັ້ນໃຫ້ເຂົ້າໃຈວ່າ ໝາຍໝັ້ນກໍບໍ່ແມ່ນ ບໍ່ໝາຍໝັ້ນເສຍເລີຍ ກໍບໍ່ແມ່ນ ຍັງຢູ່ໃນລະຫວ່າງໆ ໃນບາລີຈຶ່ງໃຊ້ຄໍາວ່າ ‘ມາມັນຍີ’ ແທນທີ່ຈະໃຊ້ຄໍາວ່າ ມັນຍີ ຫຼືມະມັນຍີ ເປັນລັກສະນະຂອງພຣະເສຂະ ຊຶ່ງຢູ່ໃນລະຫວ່າງປຸຖຸຊົນ ກັບພຣະອະເສຂະ.
ສໍາລັບວັຕຖຸເປັນທີ່ຕັ້ງແຫ່ງຄວາມຢຶດຖື ກໍໄດ້ຕຣັສໄວ້ເຕັມຈຳນວນ ເໝືອນທີ່ກ່າວໄວ້ໃນຫົວຂໍ້ ອັນວ່າດ້ວຍປຸຖຸຊົນ ຂ້າງເທິງນັ້ນເອງ.