ຄວາມດັບເຢັນຂອງເວທະນາມີໄດ້ແມ່ນວ່າໃນທິດຖະທັມນີ້
ທໍາໃນທີສຸດ
ວັບປະ ! ເມື່ອພິກຂຸ ມີຈິຕຫຼຸດພົ້ນໂດຍຊອບເຊັ່ນນີ້ແລ້ວ ສັຕຕະວິຫາຣະທັມ໑ ທັງຫຼາຍ ໖ ປະການ ກໍເປັນອັນວ່າພິກຂຸນັ້ນ ເຖິງທັບແລ້ວ : ພິກຂຸນັ້ນເຫັນ ໑. ສັຕຕະວິຫາຣະທັມ ໃນບ່ອນນີ້ໝາຍຄວາມວ່າ ມີສະຕິສັມປະຊັນຍະຕິດຕໍ່ກັນໄປ ໃນການສັມຜັສທາງຕາ
ຫູ ດັງ ລີ້ນ ກາຍໃຈ ບໍ່ເກີດຍິນດີຍິນຮ້າຍຂຶ້ນມາ ໄດ້ຢ່າງຕິດຕໍ່ກັນ ບໍ່ມີເວລາເຜີ. ເມື່ອມີສະຕິຄວບຄຸມ
ສິ່ງທັງຫົກນີ້ໄວ້ໄດ້ຢ່າງຕິດຕໍ່ກັນເຊັ່ນນີ້ ການເປັນຢູ່ເຊັ່ນນີ້ກໍຮຽກໄດ້ວ່າ “ສັຕຕະວິຫາຣທັມ ໖ ປະການ”.
ຮູບດ້ວຍຈັກຂຸແລ້ວ ບໍ່ເປັນຜູ້ດີໃຈ ບໍ່ເປັນຜູ້ເສຍໃຈ ເປັນຜູ້ຢູ່ອຸເປກຂາ ມີສະຕິສັມ ປະຊັນຍະຢູ່; ຟັງສຽງດ້ວຍໂສຕະແລ້ວ....; ຮູ້ສຶກກິ່ນດ້ວຍຄານະແລ້ວ....; ຊີມຣົສ ດ້ວຍຊິວຫາແລ້ວ....; ຖືກຕ້ອງສັມຜັສຜິວໜັງດ້ວຍຜິວກາຍແລ້ວ....; ຮູ້ສຶກທັມມາ ຣົມດ້ວຍມະໂນແລ້ວ ບໍ່ເປັນຜູ້ດີໃຈ ບໍ່ເປັນຜູ້ເສຍໃຈ ເປັນຜູ້ຢູ່ອຸເປກຂາ ມີສະຕິ ສັມປະຊັນຍະຢູ່. ພິກຂຸນັ້ນເມື່ອສະເຫວີຍຊຶ່ງເວທະນາ ມີກາຍເປັນທີ່ສຸດຮອບຢູ່ ຍ່ອມຮູ້ແຈ່ມແຈ້ງວ່າ ເຮົາສະເຫວີຍຊຶ່ງເວທະນາມີກາຍເປັນທີ່ສຸດຮອບຢູ່; ເມື່ອສະ ເຫວີຍຊຶ່ງເວທະນາມີຊີວິຕ ເປັນທີ່ສຸດຮອບຢູ່ ຍ່ອມຮູ້ແຈ່ມແຈ້ງ ວ່າເຮົາສະເຫວີຍຊຶ່ງເວທະນາ ມີຊີວິຕເປັນທີ່ສຸດຮອບຢູ່; ເຂົາຍ່ອມຮູ້ແຈ່ມແຈ້ງວ່າ “ເວທະນາທັງປວງອັນເຮົາບໍ່ເພີດເພີນແລ້ວ ຈະເປັນຂອງເຢັນ ໃນອັຕຕະພາບນີ້໑ ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ” ດັ່ງນີ້.
ວັບປະ ! ປຽບເໝືອນເງົາ ຍ່ອມປາກົດເພາະອາໄສເສົາລະບຽງ (ຖູນະ). ລໍາດັບນັ້ນ ບຸຣຸສຖືເອົາມາຊຶ່ງຈົກ ແລະກະຕ່າ ເຂົາຕັດຊຶ່ງເສົານັ້ນທີ່ເຫງົ້າ, ຄັນຕັດທີ່ເຫງົ້າແລ້ວ ຍ່ອມຂຸດ, ຄັນຂຸດແລ້ວ ຍ່ອມຮື້ຖອນຊຶ່ງຮາກທັງຫຼາຍ ບໍ່ໃຫ້ເຫຼືອແມ່ນແຕ່ທີ່ສຸດ ສັກແຕ່ວ່າເທົ່າຕົ້ນແຝກ. ບຸຣຸສນັ້ນ ຍ່ອມຕັດຊຶ່ງເສົານັ້ນໃຫ້ເປັນທ່ອນນ້ອຍ ທ່ອນໃຫຍ່; ຄັນຕັດຊຶ່ງເສົານັ້ນ ໃຫ້ເປັນທ່ອນນ້ອຍ ທ່ອນໃຫຍ່ແລ້ວ ຍ່ອມຜ່າ; ຄັນຜ່າແລ້ວ ຍ່ອມຊອຍໃຫ້ເປັນປ່ຽງນ້ອຍໆ; ຄັນຊອຍໃຫ້ເປັນປ່ຽງນ້ອຍໆແລ້ວ ຍ່ອມຜຶ່ງຕາກໃຫ້ແຫ້ງໃນລົມແລະແດດ; ຄັນຜຶ່ງຕາກໃຫ້ແຫ້ງ ໃນລົມແລະແດດແລ້ວ ຍ່ອມຈູດດ້ວຍໄຟ; ຄັນຈູດດ້ວຍໄຟແລ້ວ ຍ່ອມເຮັດໃຫ້ເປັນຜົງຂີ້ເຖົ່າຖ່ານ; ຄັນເຮັດໃຫ້ເປັນຜົງຂີ້ເຖົ່າຖ່ານແລ້ວ ຍ່ອມໂຮຍໄປໃນກະແສລົມ ອັນພັດແຮງ ຫຼືວ່າຍ່ອມໃຫ້ລອຍໄປໃນກະແສອັນພັດແຮງແຫ່ງແມ່ນໍ້າ. ວັບປະ ! ເງົາອັນໃດ ທີ່ອາໄສເສົາລະບຽງ, ເງົາອັນນັ້ນ ຍ່ອມເຖິງຊຶ່ງຄວາມມີມູນເຫຕອັນຂາດແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານ
໑. ການດັບເຢັນ ແຫ່ງເວທະນາໃນອັຕຕະພາບນີ້ ມີອະທິບາຍອີກ ໃນຫົວຂໍ້ວ່າ “ການບໍ່ເກີດອະນຸສັຍສາມ
ເມື່ອສະເຫວີຍເວທະນາສາມ ແລ້ວດັບເຢັນ” ທີ່ໜ້າ ໗໘໗ ແຫ່ງໜັງສືນີ້.
ມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີຢູ່ ມີອັນບໍ່ບັງເກີດຂຶ້ນຕໍ່ໄປ ເປັນທັມມະດາ, ນີ້ເຊັ່ນໃດ;
ວັບປະ ! ຂໍ້ນີ້ ກໍເຊັ່ນນັ້ນ ກ່າວຄືເມື່ອພິກຂຸ ມີຈິຕຫຼຸດພົ້ນ ໂດຍຊອບເຊັ່ນນີ້ແລ້ວ ສັຕຕະວິຫາຣະທັມ ທ. ໖ ປະການ ກໍເປັນອັນວ່າພິກຂຸນັ້ນ ເຖິງທັບແລ້ວ : ພິກຂຸນັ້ນ ເຫັນຮູບດ້ວຍຈັກຂຸແລ້ວ ບໍ່ເປັນຜູ້ດີໃຈ ບໍ່ເປັນຜູ້ເສຍໃຈ ເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະຢູ່; ຟັງສຽງດ້ວຍໂສຕະແລ້ວ....; ຮູ້ສຶກກິ່ນດ້ວຍຄານະແລ້ວ....; ຊີມຣົສດ້ວຍຊິວຫາແລ້ວ....; ຖືກຕ້ອງສັມຜັສຜິວໜັງດ້ວຍກາຍະແລ້ວ....; ຮູ້ສຶກທັມມາຣົມດ້ວຍມະໂນແລ້ວ ບໍ່ເປັນຜູ້ດີໃຈ ບໍ່ເປັນຜູ້ເສຍໃຈ ເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະຢູ່. ພິກຂຸນັ້ນ ເມື່ອສະເຫວີຍຊຶ່ງເວທະນາ ມີກາຍເປັນທີ່ສຸດຮອບຢູ່ ຍ່ອມຮູ້ແຈ່ມແຈ້ງ ວ່າເຮົາສະເຫວີຍຊຶ່ງເວທະນາ ມີກາຍເປັນທີ່ສຸດຮອບຢູ່; ເມື່ອສະເຫວີຍຊຶ່ງເວທະນາ ມີຊີວິຕເປັນທີ່ສຸດຮອບຢູ່ ຍ່ອມຮູ້ແຈ່ມແຈ້ງ ວ່າເຮົາສະເຫວີຍຊຶ່ງເວທະນາມີຊີວິຕເປັນທີ່ສຸດຮອບຢູ່; ເຂົາຍ່ອມຮູ້ແຈ່ມແຈ້ງວ່າ “ເວທະນາ ທັງຫຼາຍທັງປວງ ອັນເຮົາບໍ່ເພີດເພີນແລ້ວ ຈະເປັນຂອງເຢັນໃນອັຕຕະພາບນີ້ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ” ດັ່ງນີ້.
- ຈຕຸກກະ. ອັງ. ໒໑/໒໖໙/໑໙໕.