ຄວາມສະອາດ 10 ຢ່າງ

ຄູ່ສົມຣົດ

0:00/0:00
ສະໄໝໜຶ່ງ ພະຜູ້ມີພະພາກປະທັບຢູ່ ຢູ່ສວນໝາກມ່ວງຂອງນາຍຈຸນທະກຳມານບຸດ ໃກ້ເມືອງປາວາ ນາຍຈຸນທະກຳມານບຸດເຂົ້າໄປເຝົ້າພະຜູ້ມີພະພາກ ກາບທູນຂໍໃຫ້ພະອົງແສດງທຳກ່ຽວກັບຄວາມສະອາດໃນວິໄນຂອງພະອາລິຍະວ່າເປັນແນວໃດ
ພະຜູ້ມີພະພາກທົງແສດງທຳແກ່ຈຸນທະກຳມານບຸດ

**ຄວາມບໍ່ສະອາດທາງກາຍ ທາງວາຈາ ແລະ ທາງໃຈ 10 ປະການ**

**ຄວາມບໍ່ສະອາດທາງກາຍ 3 ປະການ**
- ເປັນຜູ້ຂ້າສັດ ຕັ້ງຢູ່ໃນການຂ້າແລະການຕີ ບໍ່ມີຄວາມເອັນດູໃນສັດມີຊີວິດ
- ເປັນຜູ້ຖືເອົາສິ່ງຂອງຂອງຜູ້ອື່ນທີ່ເຈົ້າຂອງບໍ່ໄດ້ໃຫ້ ດ້ວຍຈິດເປັນຂະໂມຍ
- ເປັນຜູ້ປະພຶດຜິດໃນກາມ ຄື ເປັນຜູ້ມີຄວາມປະພຶດລ່ວງເກີນໃນແມ່ຍິງທີ່ມີຄອບຄົວຮັກສາ ທຳຮັກສາ ແມ່ຍິງທີ່ມີສາມີຫຼືເຈົ້າຂອງແລ້ວ

**ຄວາມບໍ່ສະອາດທາງວາຈາ 4 ປະການ**
- ເປັນຜູ້ເວົ້າເທັດ ອາດເພາະເຫດແຫ່ງຕົນຫຼືຜູ້ອື່ນ ຫຼືເພາະເຫັນແກ່ອາມິດນ້ອຍ
- ເປັນຜູ້ເວົ້າສ່ໍເສຍ ເອົາຄຳເວົ້າຂອງຝ່າຍໜຶ່ງໄປເວົ້າໃຫ້ອີກຝ່າຍຟັງ ເພື່ອຫວັງທຳລາຍຫຼືຍຸຍົງສົ່ງເສີມໃຫ້ຄົນທັງຫລາຍແຕກສາມັກຄີກັນ ຍິນດີໃນຄວາມແຍກກັນ ເພີ່ນເພີນໃນຄວາມແຍກກັນ
- ເປັນຜູ້ເວົ້າຄຳຫຍາບ ເຮັດໃຫ້ຜູ້ອື່ນຂ້ອງໃຈ ເດືອດຮ້ອນ ມີຄວາມໂກດ ບໍ່ເປັນໄປເພື່ອສະມາທິ
- ເປັນຜູ້ເວົ້າເພ້ໍເຈ້ໍ ຄື ເວົ້າຈາບໍ່ຖືກເວລາ ເວົ້າຄຳທີ່ບໍ່ຈິງ ບໍ່ມີຫຼັກຖານຫຼືທີ່ອ້າງອີງ ບໍ່ມີທີ່ສິ້ນສຸດ ບໍ່ມີປະໂຫຍດ

**ຄວາມບໍ່ສະອາດທາງໃຈ 3 ປະການ**
- ເປັນຜູ້ມີຄວາມຢາກໄດ້ຂອງຂອງຜູ້ອື່ນມາເປັນຂອງຕົນເອງ
- ເປັນຜູ້ມີຈິດຄິດປອງຮ້າຍຕໍ່ສັດອື່ນ
- ເປັນຜູ້ມີຄວາມເຫັນຜິດວ່າ ທານທີ່ບຸກຄົນໃຫ້ແລ້ວຫຼືການບູຊາບໍ່ມີຜົນ ບໍ່ມີຜົນແຫ່ງກຳດີແລະຊົ່ວ ບໍ່ມີໂລກນີ້ແລະໂລກຫນ້າ ບໍ່ມີມາດາບິດາ ສັດຜູ້ເປັນອຸບປາດິກະ ສະມະນະພາຫມະນ ຜູ້ປະຕິບັດຊອບ ຜູ້ເຮັດໂລກນີ້ແລະໂລກຫນ້າໃຫ້ແຈ້ງຊັດດ້ວຍປັນຍາອັນຍິ່ງດ້ວຍຕົນເອງແລ້ວສອນຜູ້ອື່ນໃຫ້ຮູ້ຕາມ

ບຸກຄົນຜູ້ປະກອບດ້ວຍອະກຸສານກັມມະບົດ 10 ປະການນີ້ ແມ້ຈະເຮັດປະການໃດກໍເປັນຜູ້ບໍ່ສະອາດຢູ່ນັ້ນເອງເພາະອະກຸສານກັມມະບົດ 10 ປະການ ເປັນຄວາມບໍ່ສະອາດແລະເປັນຕົວເຮັດໃຫ້ບໍ່ສະອາດດ້ວຍ ເພາະເຫດແຫ່ງການປະກອບອະກຸສານກັມມະບົດ ນະລົກຈຶ່ງປາກົດ ການເກີດເປັນເດຣັດຈະຊານຈຶ່ງປາກົດ ເປຣດະວິໄສຈຶ່ງປາກົດ ຫຼືທຸກະຄະຕິຢ່າງໃດຢ່າງໜຶ່ງ

**ຄວາມສະອາດທາງກາຍ ທາງວາຈາ ແລະ ທາງໃຈ 10 ປະການ**

**ຄວາມສະອາດທາງກາຍ 3 ປະການ**
- ເປັນຜູ້ລະ ເວັ້ນຂາດຈາກການຂ້າສັດ ມີຄວາມລະອາຍ ເອັນດູ ກະລຸນາຫວັງປະໂຫຍດເກື້ອກູນແກ່ສັດທັງປະວົງ
- ເປັນຜູ້ລະ ເວັ້ນຂາດຈາກການລັກຊັບ ບໍ່ຖືເອົາຂອງຫຼືຊັບທີ່ເຈົ້າຂອງບໍ່ໄດ້ໃຫ້ ດ້ວຍຈິດເປັນຂະໂມຍ
- ເປັນຜູ້ລະ ເວັ້ນຂາດຈາກການປະພຶດຜິດໃນກາມ ບໍ່ປະພຶດລ່ວງເກີນໃນແມ່ຍິງທີ່ມີຄອບຄົວຮັກສາ ທຳຮັກສາ ແມ່ຍິງທີ່ມີສາມີຫຼືເຈົ້າຂອງແລ້ວ

**ຄວາມສະອາດທາງວາຈາ 4 ປະການ**
- ເປັນຜູ້ລະການເວົ້າເທັດ ເພາະເຫດແຫ່ງຕົນຫຼືຜູ້ອື່ນ ຫຼືເພາະເຫັນແກ່ອາມິດນ້ອຍ
- ເປັນຜູ້ລະຄຳສ່ໍເສຍ ເວົ້າວາຈາທີ່ສົ່ງເສີມເຮັດໃຫ້ຄົນພ້ອມເພຍກັນ ບໍ່ເອົາຄຳເວົ້າຂອງຝ່າຍໜຶ່ງໄປເວົ້າໃຫ້ອີກຝ່າຍຟັງເພື່ອຫວັງທຳລາຍສາມັກຄີ
- ເປັນຜູ້ລະຄຳຫຍາບ ເວົ້າໃນສິ່ງທີ່ບໍ່ມີໂທດ ໄພເລົາຫູ ຄົນສ່ວນຫລາຍຮັກໃຄ່ ພໍໃຈ
- ເປັນຜູ້ລະຄຳເພ້ໍເຈ້ໍ ເວົ້າຖືກເວລາ ເວົ້າແຕ່ຄຳທີ່ເປັນຈິງ ມີຫຼັກຖານອ້າງອີງ ມີປະໂຫຍດ

**ຄວາມສະອາດທາງໃຈ 3 ປະການ**
- ເປັນຜູ້ບໍ່ມີຄວາມຢາກໄດ້ຂອງຂອງຜູ້ອື່ນມາເປັນຂອງຕົນເອງ
- ເປັນຜູ້ບໍ່ມີຈິດຄິດປອງຮ້າຍຕໍ່ສັດອື່ນ ບໍ່ມີເວນ ບໍ່ມີຄວາມມຸ່ງຮ້າຍກັນ ຢາກໃຫ້ສັດອື່ນມີສຸກ
- ເປັນຜູ້ມີຄວາມເຫັນຊອບວ່າ ທານທີ່ບຸກຄົນໃຫ້ແລ້ວຫຼືການບູຊາມີຜົນ ມີຜົນແຫ່ງກຳດີແລະຊົ່ວ ມີໂລກນີ້ແລະໂລກຫນ້າ ມີມາດາບິດາ ສັດຜູ້ເປັນອຸບປາດິກະ ສະມະນະພາຫມະນ ຜູ້ປະຕິບັດຊອບ ຜູ້ເຮັດໂລກນີ້ແລະໂລກຫນ້າໃຫ້ແຈ້ງຊັດດ້ວຍປັນຍາອັນຍິ່ງດ້ວຍຕົນເອງແລ້ວສອນຜູ້ອື່ນໃຫ້ຮູ້ຕາມ

ບຸກຄົນຜູ້ປະກອບດ້ວຍກຸສານກັມມະບົດ 10 ປະການນີ້ ແມ້ຈະເຮັດປະການໃດກໍເປັນຜູ້ສະອາດຢູ່ນັ້ນເອງເພາະກຸສານກັມມະບົດ 10 ປະການ ເປັນຄວາມສະອາດແລະເປັນຕົວເຮັດໃຫ້ສະອາດດ້ວຍ ເພາະເຫດແຫ່ງການປະກອບກຸສານກັມມະບົດ ເທວະດາ ມະນຸດ ຍ່ອມປາກົດ ຫຼືສຸກະຄະຕິຢ່າງໃດຢ່າງໜຶ່ງ

ຫຼັງຈາກຟັງທຳຈົບ ຈຸນທະກຳມານບຸດຂໍຖຶງພະຜູ້ມີພະພາກ ພະທຳ ແລະ ພະພິກສຸສົງ ວ່າເປັນສະລະນະ ປະກາດຕົນເປັນອຸບາສົກ ຜູ້ຖຶງສະລະນະຕະລອດຊີວິດ

**ອ້າງອີງ**
ພະສຸຕັນຕະປິຎົກ ເຫລັ້ມທີ່ 16 ຂໍ້ທີ່ [15] ຈຸນທະສູດ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ