ບໍ່ເຖິງນິບພານ ເພາະເຊອອກນອກຂອກຈົນຫຼົງທາງ
ທໍາໃນທີສຸດ
“ກໍສາວົກຂອງພຣະໂຄດົມຜູ້ຈະເຣີນ ເມື່ອພຣະໂຄດົມກ່າວສອນ ພໍ່າສອນຢູ່ເຊັ່ນນີ້ ທຸກໆອົງ ໄດ້ບັນລຸນິພພານ ອັນເປັນຜົລສໍາເລັດເຖິງທີ່ສຸດ ຢ່າງຍິ່ງຫຼື ? ຫຼືວ່າບໍ່ໄດ້ບັນລຸ ?” ພຣາມຜູ້ໜຶ່ງທູນຖາມ ພຣະຜູ້ມີພຣະພາຄ.
ພຣາມ ! ສາວົກຂອງເຮົາ ເຖິງແມ່ນເຮົາກ່າວສອນ ພໍ່າສອນຢູ່ເຊັ່ນນີ້ ໜ້ອຍພວກທີ່ໄດ້ບັນລຸ ນິພພານ ອັນເປັນຜົລສໍາເລັດເຖິງທີ່ສຸດ ຢ່າງຍິ່ງ, ບາງພວກ ບໍ່ໄດ້ບັນລຸ.
“ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍເປັນເຫຕ ອັນໃດໜໍເປັນປັຈຈັຍ, ທີ່ພຣະນິພພານ ກໍຍັງຕັ້ງຢູ່, ຫົນທາງທີ່ຍັງສັຕໃຫ້ເຖິງນິພພານ ກໍຍັງຕັ້ງຢູ່, ພຣະໂຄດົມຜູ້ຊັກຊວນ (ເພື່ອດໍາເນີນໄປ) ກໍຍັງຕັ້ງຢູ່, ເປັນຫຍັງໜ້ອຍພວກທີ່ບັນລຸ ແລະບາງພວກບໍ່ບັນລຸ ?”
ພຣາມ ! ເຮົາຈະຢ້ອນຖາມທ່ານໃນເລື່ອງນີ້, ທ່ານຈົ່ງຕອບຕາມຄວນ. ທ່ານເປັນຜູ້ຊ່ຽວຊານ ໃນຫົນທາງໄປສູ່ເມືອງຣາຊະຄຶ ບໍ່ແມ່ນຫຼື ? ມີບຸຣຸສ ຜູ້ຈະໄປເມືອງຣາຊະຄຶ ເຂົ້າມາຫາແລະກ່າວກັບທ່ານວ່າ “ທ່ານຜູ້ຈະເຣີນ ! ຂ້າພະເຈົ້າ ປາຖນາຈະໄປເມືອງຣາຊະຄຶ ຂໍທ່ານຈົ່ງຊີ້ບອກທາງ ໄປເມືອງຣາຊະຄຶແກ່ຂ້າພະເຈົ້າເຖີ້ນ”. ດັ່ງນີ້; ທ່ານກໍຈະກ່າວກັບບຸຣຸສຜູ້ນັ້ນວ່າ “ມາຕິທ່ານ ທາງນີ້ໄປເມືອງຣາຊະຄຶ ໄປໄດ້ຈັກໜ້ອຍໜຶ່ງ ຈະພົບບ້ານຊື່ພູ້ນແລ້ວ ຈະເຫັນນິຄົມຊື່ພູ້ນຈະເຫັນສວນ ແລະປ່າອັນໜ້າພິຣົມ ຈະເຫັນພູມພາກອັນໜ້າພິຣົມ ສະໂບກຂະຣະນີອັນໜ້າພິຣົມ ຂອງເມືອງຣາຊະຄຶ” ດັ່ງນີ້. ບຸຣຸສນັ້ນ ອັນທ່ານພໍ່າບອກ ພໍ່າຊີ້ໃຫ້ເຊັ່ນນີ້ ກໍຍັງຖືເອົາທາງຜິດ ກັບຫຼັງກົງກັນຂ້າມໄປ, ສ່ວນບຸຣຸສອີກຄົນໜຶ່ງ (ອັນທ່ານພໍ່າບອກ ພໍ່າຊີ້ເຊັ່ນດຽວກັນ) ໄປເຖິງເມືອງຣາຊະຄຶໄດ້ ໂດຍສະວັດດີພາບ. ພຣາມເອີຍ ! ອັນໃດໜໍເປັນເຫຕ ອັນໃດໜໍເປັນປັຈຈັຍ ທີ່ເມືອງຣາຊະຄຶ ກໍຍັງຕັ້ງຢູ່ ທ່ານຜູ້ຊີ້ບອກ ກໍຍັງຕັ້ງຢູ່ ແຕ່ເປັນຫຍັງ ບຸຣຸສຜູ້ໜຶ່ງກັບຫຼົງຜິດທາງ. ສ່ວນບຸຣຸສອີກຜູ້ໜຶ່ງ ໄປເຖິງເມືອງຣາຊະຄຶໄດ້ ໂດຍສະວັດດີພາບ ?
“ພຣະໂຄດົມຜູ້ຈະເຣີນ ! ໃນເລື່ອງນີ້ ຂ້ານ້ອຍຈະເຮັດແນວໃດໄດ້ໜໍ, ເພາະຂ້ານ້ອຍ ເປັນແຕ່ພຽງ ຜູ້ບອກທາງເທົ່ານັ້ນ”
ພຣາມ ! ເຊັ່ນໃດກໍເຊັ່ນນັ້ນແລ, ທີ່ພຣະນິພພານ ກໍຍັງຕັ້ງຢູ່ ທາງເປັນເຄື່ອງເຖິງພຣະນິພພານ ກໍຍັງຄົງຕັ້ງຢູ່ ເຮົາຜູ້ຊັກຊວນ ກໍຍັງຕັ້ງຢູ່; ແຕ່ສາວົກ ເຖິງແມ່ນວ່າເຮົາກ່າວສອນ ພໍ່າສອນຢູ່ເຊັ່ນນີ້ ໜ້ອຍພວກທີ່ໄດ້ບັນລຸນິພພານ ອັນເປັນຜົລສໍາເລັດເຖິງທີ່ສຸດຢ່າງຍິ່ງ, ບາງພວກບໍ່ໄດ້ບັນລຸ. ພຣາມ ! ໃນເລື່ອງນີ້ເຮົາຈະເຮັດແນວໃດໄດ້ໜໍ, ເພາະ ເຮົາເປັນແຕ່ຜູ້ບອກທາງ ເທົ່ານັ້ນ.
- ອຸປຣິ. ມ. ໑໔/໘໕-໘໗/໑໐໑-໑໐໓.