ອານາປານະສະຕິສະມາທິ ສາມາດກໍາຈັດເສຍໄດ້ເຊິ່ງອະນຸໄສ
ອານາປານະສະຕິ
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການກໍາຈັດເສຍເຊິ່ງອະນຸໄສ.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ແນວໃດໜໍ ຈຶ່ງເປັນໄປເພື່ອການກໍາຈັດເສຍເຊິ່ງອະນຸໄສ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ...
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມເປັນໄປເພື່ອການກໍາຈັດອະນຸໄສ.
- ບາລີ ມຫາວາຣ. ສັງ. ໑໙/໔໒໖/໑໔໐໘.