ພຣະໂສດາບັນກັບພຣະອໍຣະຫັນຕ່າງກັນ ໃນການເຫັນທັມ
ໂສດາບັນ
ພິກຂຸ ທ. ! ອຸປາທານຂັນທ໌ທັງຫຼາຍ ເຫຼົ່ານີ້ມີຢູ່ຫ້າຢ່າງ. ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌.
ພິກຂຸ ທ. ! ເມື່ອໃດອະຣິຍະສາວົກ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ (ສະມຸທະຢະ) ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ (ອັຕຖັງຄະມະ) ຊຶ່ງສະເໜ່ (ອັສສາທະ) ຊຶ່ງໂທດອັນຕໍ່າຊ້າ (ອາທີນະວະ) ແລະຊຶ່ງອຸບາຍເຄື່ອງອອກ (ນິສສະຣະນະ) ແຫ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້; ພິກຂຸ ທ. ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
- ຂັນທະ. ສັງ. ໑໗/໑໙໖/໒໙໖.
ພິກຂຸ ທ. ! ອຸປາທານຂັນທ໌ທັງຫຼາຍເຫຼົ່ານີ້ ມີຢູ່ຫ້າຢ່າງ. ຫ້າຢ່າງແນວໃດໜໍ ? ຫ້າຢ່າງ ຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌.
ພິກຂຸ ທ. ! ເມື່ອໃດ ພິກຂຸ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊ້າ ແລະຊຶ່ງອຸບາຍເຄື່ອງອອກແຫ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະບໍ່ມີຄວາມຢຶດໝັ້ນ. ພິກຂຸ ທ. ! ພິກຂຸນີ້ ເຮົາເອີ້ນວ່າ ເປັນພຣະອໍຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ ດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໑໙໖/໒໙໗.
ພຣະໂສດາບັນກັບພຣະອໍຣະຫັນຕ໌ຕ່າງກັນ ໃນການເຫັນທັມ
(ອີກນັຍໜຶ່ງ)
ພິກຂຸ ທ. ! ອິນຊີຫົກເຫຼົ່ານີ້ ມີຢູ່. ຫົກເຫຼົ່າໃດໜໍ ? ຫົກຄື ຈັກຂຸນຊີ ໂສຕິນຊີ ຄານິນຊີ ຊິວຫິນຊີ ກາຢິນຊີ ມະນິນຊີ.
ພິກຂຸ ທ. ! ເມື່ອໃດອະຣິຍະສາວົກ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ (ສະມຸທະຢະ) ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ (ອັຕຖັງຄະມະ) ຊຶ່ງສະເໜ່ (ອັສສາທະ) ຊຶ່ງໂທດອັນຕໍ່າຊ້າ (ອາທີນະວະ) ແລະຊຶ່ງອຸບາຍເຄື່ອງອອກ (ນິສສະຣະນະ) ແຫ່ງອິນຊີຫົກເຫຼົ່ານີ້; ພິກຂຸ ທ. ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ຈະຕຣັສຮູ້ພ້ອມໃນເບື້ອງໜ້າ.
- ມຫາວາຣ. ສັງ. ໑໙/໒໗໑/໙໐໒.

ພິກຂຸ ທ. ! ເມື່ອໃດ ພິກຂຸ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊ້າ ແລະຊຶ່ງອຸບາຍເຄື່ອງອອກ ແຫ່ງອິນຊີຫົກເຫຼົ່ານີ້ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະບໍ່ມີຄວາມຢຶດໝັ້ນ.
ພິກຂຸ ທ. ! ພິກຂຸນີ້ ເຮົາເອີ້ນວ່າ ເປັນພຣະອໍຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໒໗໒/໙໐໔.
(ສູຕຂ້າງເທິງນີ້ ຊົງສະແດງອິນຊີ ໂດຍອາຍະຕະນະພາຍໃນຫົກ; ຍັງມີສູຕອື່ນ (໑໙/໒໗໕/໙໑໔-໙໑໘) ຊົງສະແດງອິນຊີໂດຍເວທະນາຫ້າ ຄື ສຸຂິນຊີ ທຸກຂິນຊີ ໂສມະນັດສິນຊີ ໂທມະນັດສິນຊີ ອຸເປກຂິນຊີ, ດັ່ງນີ້ກໍມີ.)