ເຮັດທີ່ສຸດທຸກໂດຍບໍ່ຮູ້ອະຣິຍະສັດນັ້ນເປັນໄປບໍ່ໄດ້
ອະຣິຍະສັດ 4
ພິກຂຸ ທ. ! ຜູ້ໃດໜຶ່ງ ຍ່ອມກ່າວເຊັ່ນນີ້ວ່າ “ຂ້າພະເຈົ້າບໍ່ຮູ້ສະເພາະຕາມເປັນຈິງຊຶ່ງອະຣິຍະສັຈຈ໌ຄືທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລ້ວຂ້າພະ ເຈົ້າກໍຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງໄດ້” ດັ່ງນີ້ : ຂໍ້ນີ້ບໍ່ເປັນຖານະທີ່ຈະມີໄດ້. ພິກຂຸ ທ. ! ປຽບ ເໝືອນຜູ້ໃດໜຶ່ງ ຈະຍ່ອມກ່າວເຊັ່ນນີ້ວ່າ “ຂ້າພະເຈົ້າຈະເຮັດຫໍ່ດ້ວຍໃບແຫ່ງໄມ້ສີສຽດ ຫຼືໃບແຫ່ງໄມ້ສາລະ ຫຼືໃບແຫ່ງໄມ້ໝາກຂາມປ້ອມ ແລ້ວຈະໃສ່ນໍ້າຫຼືນໍ້າຕົກຈາກຕົ້ນຕານແລ້ວຖືໄປໄດ້” ດັ່ງນີ້ : ຂໍ້ນີ້ບໍ່ເປັນຖານະທີ່ຈະມີໄດ້ ; ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ຜູ້ໃດຈະຍ່ອມກ່າວ ເຊັ່ນນີ້ວ່າ “ຂ້າພະເຈົ້າບໍ່ຮູ້ສະເພາະຕາມເປັນຈິງ ຊຶ່ງອະຣິຍະສັຈຈ໌ຄືທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລ້ວຂ້າພະເຈົ້າ ກໍຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງໄດ້” ດັ່ງນີ້ : ຂໍ້ນີ້ບໍ່ເປັນຖານະທີ່ຈະມີໄດ້.
ພິກຂຸ ທ. ! ສ່ວນຜູ້ໃດແລ ຍ່ອມກ່າວເຊັ່ນນີ້ວ່າ “ຂ້າພະເຈົ້າຮູ້ສະເພາະຕາມເປັນຈິງ ຊຶ່ງອະຣິຍະສັຈຈ໌ຄືທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລ້ວຂ້າພະເຈົ້າກໍຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງໄດ້” ດັ່ງນີ້ ; ຂໍ້ນີ້ເປັນຖານະທີ່ມີໄດ້. ພິກຂຸ ທ. ! ປຽບເໝືອນ ຜູ້ໃດໜຶ່ງ ຈະຍ່ອມໜຶ່ງກ່າວເຊັ່ນນີ້ວ່າ “ຂ້າພະເຈົ້າຈະເຮັດຫໍ່ດ້ວຍໃບບົວ ຫຼືໃບປະລາສະ ຫຼືໃບຢາງຊາຍ ແລ້ວຈະໃສ່ນໍ້າຫຼືນໍ້າຕົກຈາກຕົ້ນຕານ ແລ້ວຖືໄປໄດ້” ດັ່ງນີ້ : ຂໍ້ນີ້ເປັນຖານະທີ່ຈະມີໄດ້ ; ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ຜູ້ໃດຈະຍ່ອມກ່າວເຊັ່ນນີ້ວ່າ “ຂ້າພະເຈົ້າ ຮູ້ສະເພາະຕາມເປັນຈິງ ຊຶ່ງອະຣິຍະສັຈຈ໌ຄືທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຊຶ່ງອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລ້ວຂ້າພະເຈົ້າກໍຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງໄດ້” ດັ່ງນີ້ : ຂໍ້ນີ້ເປັນຖານະທີ່ມີໄດ້.
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້.” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໔໙/໑໗໑໔-໑໗໑໕.