ຜູ້ໝົດຄວາມສົງໄສ (ພຣະໂສດາບັນ) ໃນກໍລະນີຂອງຄວາມເຫັນ ທີ່ເປັນໄປໃນລັກສະນະຢຶດຖືຕົວຕົນ
ໂສດາບັນ
ພິກຂຸທັງຫຼາຍ ! ເມື່ອອັນໃດມີຢູ່ໜໍ ເພາະເຂົ້າໄປຢຶດຖືຊຶ່ງອັນໃດ ເພາະປັກໃຈເຂົ້າໄປສູ່ອັນໃດ ທິຕຖິຈຶ່ງເກີດຂຶ້ນຈົນເຖິງກັບວ່າ “ລົມກໍບໍ່ພັດ ແມ່ນ້ຳກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພະຈັນ ແລະພະອາທິຕກໍບໍ່ຂຶ້ນບໍ່ຕົກ ແຕ່ລະຢ່າງໆເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ” ດັ່ງນີ້ ?
ພິກຂຸທັງຫຼາຍເຫຼົ່ານັ້ນ ກາບທູນວິງວອນວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມທັງຫຼາຍຂອງພວກຂ້ານ້ອຍ ມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເປັນກາລເໝາະແລ້ວໜໍ ຂໍໃຫ້ອັຕຖະແຫ່ງພາສິຕນັ້ນ ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຈົ້າເອງເຖີ້ນ. ພິກຂຸທັງຫຼາຍໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວຈັກຊົງຈຳໄວ້” ດັ່ງນີ້. ພຣະຜູ້ມີພຣະພາຄເຈົ້າຈຶ່ງຕຣັສເຕືອນໃຫ້ພິກຂຸທັງຫຼາຍເຫຼົ່ານັ້ນຕັ້ງໃຈຟັງດ້ວຍດີແລ້ວ ໄດ້ຕຣັສຂໍ້ຄວາມດັ່ງຕໍ່ໄປນີ້ :-
ພິກຂຸທັງຫຼາຍ ! ເມື່ອ ຮູບນັ້ນແລ ມີຢູ່, ເພາະເຂົ້າໄປຢຶດຖືຊຶ່ງຮູບ ເພາະປັກໃຈເຂົ້າໄປສູ່ຮູບ ທິຕຖິຈຶ່ງເກີດຂຶ້ນຢ່າງນີ້ວ່າ “ລົມກໍບໍ່ພັດ ແມ່ນ້ຳກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພະຈັນແລະພະອາທິຕກໍບໍ່ຂຶ້ນບໍ່ຕົກ ແຕ່ລະຢ່າງໆ ເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ” ດັ່ງນີ້.
(ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຖ້ອຍຄວາມທີ່ຕຣັສຢ່າງດຽວກັນທຸກຕົວອັກສອນກັບໃນກໍລະນີແຫ່ງຮູບນີ້ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ແຕ່ລະຂັນທ໌ ເທົ່ານັ້ນ).
ພິກຂຸທັງຫຼາຍ ! ພວກເຈົ້າ ຈະສຳຄັນຄວາມຂໍ້ນີ້ວ່າ ຢ່າງໃດ :
ຮູບ ທ່ຽງ ຫຼືບໍ່ທ່ຽງ ?
“ບໍ່ທ່ຽງ ຂ້ານ້ອຍ !”.
ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ຫລືເປັນສຸຂໜໍ ?
“ເປັນທຸກຂ໌ ຂ້ານ້ອຍ !”.
ແມ່ນວ່າສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິຢ່າງນີ້ ຈະເກີດຂຶ້ນໄດ້ບໍວ່າ “ລົມກໍບໍ່ພັດ ແມ່ນ້ຳກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພະຈັນ ແລະພະອາທິຕກໍບໍ່ຂຶ້ນບໍ່ຕົກແຕ່ລະຢ່າງໆ ເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ” ດັ່ງນີ້ ?
“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”.
(ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຖ້ອຍຄວາມທີ່ຕຣັສຖາມ ແລະພິກຂຸເຫຼົ່ານັ້ນທູນຕອບຢ່າງດຽວກັນ ທຸກຕົວອັກສອນກັບໃນກໍລະນີແຫ່ງຮູບນີ້ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ແຕ່ລະຂັນທ໌ ເທົ່ານັ້ນ).
ພິກຂຸທັງຫຼາຍ ! ແມ່ນສິ່ງໃດທີ່ບຸກຄົນ ໄດ້ເຫັນແລ້ວ ຟັງແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ບັນລຸແລ້ວ ສະແຫວງຫາແລ້ວ ຄຸ່ນຄິດຢູ່ດ້ວຍໃຈແລ້ວ; ເຫຼົ່ານີ້ເປັນຂອງທ່ຽງ ຫຼືບໍ່ທ່ຽງ ?

ແມ່ນວ່າສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິຢ່າງນີ້ຈະເກີດຂຶ້ນໄດ້ບໍວ່າ “ລົມກໍບໍ່ພັດ ແມ່ນ້ຳກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພະຈັນ ແລະພະອາທິຕກໍບໍ່ຂຶ້ນບໍ່ຕົກ ແຕ່ລະຢ່າງໆ ເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາຣະບຽງ” ດັ່ງນີ້ ?
“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”.
ພິກຂຸທັງຫຼາຍ ! ໃນກາລໃດແລ ຄວາມສົງໄສ (ກັງຂາ) ໃນຖານະທັງຫຼາຍ ໖ ປະການເຫຼົ່ານີ້໑ ເປັນສິ່ງທີ່ອະຣິຍະສາວົກລະຂາດແລ້ວ; ໃນກາລນັ້ນ ກໍເປັນອັນວ່າ ຄວາມສົງໄສແມ່ນໃນທຸກຂ໌, ແມ່ນໃນເຫຕໃຫ້ເກີດທຸກຂ໌, ແມ່ນໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແມ່ນໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ກໍເປັນສິ່ງທີ່ອະຣິຍະສາວົກລະຂາດແລ້ວ.
ພິກຂຸທັງຫຼາຍ ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນອະຣິຍະສາວົກຜູ້ເປັນໂສດາບັນ ມີອັນບໍ່ຕົກຕ່ຳ ເປັນທຳມະດາເປັນຜູ້ທ່ຽງແທ້ (ຕໍ່ນິບພານ) ມີການຕຣັສຮູ້ພ້ອມໃນເບື້ອງໜ້າ, ດັ່ງນີ້ ແລ.
໑. ຖານະຫົກປະການ ຄືຂັນທ໌ຫ້າປະການ ແລະ ອາການທີ່ໄດ້ເຫັນແລ້ວ
ເປັນຕົ້ນດັ່ງທີ່ກ່າວແລ້ວຂ້າງເທິງເຈັດຢ່າງ ລວມເປັນໜຶ່ງປະການ;
ລວມກັນເປັນຫົກປະການ.
- ບາລີ ຂັນທ. ສັງ. ໑໗/໒໔໘-໒໕໐/໔໑໗-໔໑໘.