ຮາກເຫງົ້າແຫ່ງອຸປາທານຂັນທ໌

ຂັນ 5

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອຸປາທານຂັນທ໌ ມີແຕ່ພຽງຫ້າຢ່າງ ຄື ຮູບຂັນທ໌ທີ່ຍັງມີອຸປາທານ ໑ ເວທະນາຂັນທ໌ທີ່ຍັງມີອຸປາທານ ໑ ສັນຍາຂັນທ໌ທີ່ຍັງມີອຸປາທານ ໑ ສັງຂາຣຂັນທ໌ທີ່ຍັງມີອຸປາທານ ໑ ແລະວິນຍານຂັນທ໌ທີ່ຍັງມີອຸປາທານ ໑ ເຫຼົ່ານີ້ ເທົ່ານັ້ນຫຼື ?”

ພິກຂຸ ! ອຸປາທານຂັນທ໌ ມີແຕ່ພຽງຫ້າເຍື່ອງ ຄື ຮູບຂັນທ໌ທີ່ຍັງມີອຸປາທານ ໑ ເວທະນາຂັນທ໌ທີ່ຍັງມີອຸປາທານ ໑ ສັນຍາຂັນທ໌ທີ່ຍັງມີອຸປາທານ ໑ ສັງຂາຣຂັນທ໌ທີ່ຍັງມີອຸປາທານ ໑ ແລະວິນຍານຂັນທ໌ທີ່ຍັງມີອຸປາທານ ໑ ເຫຼົ່ານີ້ ເທົ່ານັ້ນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍອຸປາທານຂັນທ໌ຫ້າເຫຼົ່ານີ້ ມີອັນໃດເປັນຮາກເຫງົ້າໜໍ ຂ້ານ້ອຍ ?”

ພິກຂຸ ! ອຸປາທານຂັນທ໌ ຫ້າເຫຼົ່ານີ້ ມີສັນທະ(ຄວາມພໍໃຈ)ເປັນຮາກເຫງົ້າແລ.

- ອຸປຣິ. ມ. ໑໔/໑໐໑/໑໒໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ