ເຫດທີ່ຕ້ອງມີພຣະພຸດທະອົງ ແລະທັມວິໃນຢູ່ໃນໂລກ
ອະຣິຍະສັດ 4
ພິກຂຸ ທ. ! ຖ້າທັມມະຊາດ 3 ຢ່າງເຫຼົ່ານີ້ ຍ່ອມບໍ່ມີຢູ່ໃນໂລກແລ້ວກໍ ; ຕະຖາຄົຕກໍບໍ່ຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ, ແລະທັມວິນັຍ ທີ່ຕະຖາຄົຕປະກາດແລ້ວ ກໍບໍ່ຕ້ອງຮຸ່ງເຮືອງໄປໃນໂລກ. ທັມມະຊາດ 3 ຢ່າງນັ້ນຄື ອັນໃດໜໍ ? ຄື ຊາດ(ຄວາມເກີດ) ຊະຣາ(ຄວາມເເກ່) ແລະມະຣະນະ(ຄວາມຕາຍ) (ທຸກຂະອະຣິຢະສັຈຈະ).ພິກຂຸ ທ. ! ທັມມະຊາດ 3 ຢ່າງເຫຼົ່ານີ້ແລ ຖ້າບໍ່ມີຢູ່ໃນໂລກແລ້ວນັ້ນ, ຕະຖາຄົຕກໍບໍ່ຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ແລະທັມວິນັຍທີ່ຕະຖາຄົຕປະກາດແລ້ວ ກໍບໍ່ຕ້ອງຮຸ່ງເຮືອງໄປໃນໂລກ.
ພິກຂຸ ທ. ! ເພາະເຫຕໃດແລ ທີ່ທັມມະຊາດ 3 ຢ່າງເຫຼົ່ານີ້ມີຢູ່ໃນໂລກ, ເພາະເຫຕນັ້ນ ຕະຖາຄົຕຈຶ່ງຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ແລະທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຈຶ່ງຕ້ອງຮຸ່ງເຮືອງໄປໃນໂລກ.
- ທສກ. ອັງ. ໒໔/໑໕໔/໗໖.