ຖານະທີ່ເປັນໄປບໍ່ໄດ້ ສຳລັບຜູ້ເຖິງພ້ອມດ້ວຍທິດຖິ (ພຣະໂສດາບັນ) ໃນຍະທີສອງ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ !
ຖານະທີ່ບໍ່ອາດເປັນໄປ ໄດ້ ໖ ປະການ ເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື : -
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະປົງຊີວິຕມານດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະປົງຊີວິຕບິດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະປົງຊີວິຕພຣະອະຣະຫັນຕ໌;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຄິດປະທຸສະຮ້າຍ(ປອງຮ້າຍ)ຕະຖາຄົຕ ແມ່ນແຕ່ພຽງເຮັດເລືອດໃຫ້ຫໍ້;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະເຮັດໃຫ້ສົງຄ໌ໃຫ້ແຕກກັນ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມ ຖືສາສດາອື່ນ (ນອກຈາກພຣະສັມມາສັມພຸດທະເຈົ້າ).
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.

- ບາລີ ສັກກ. ອັງ. ໒໒/໔໘໙-໔໙໐/໓໖໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ