ສັດໂລກຮູ້ຈັກສຸກອັນແທ້ຈິງ ໃນເມື່ອປັນຍາເກີດ
ອະຣິຍະສັດ 4
ມາຄັນທິຍາ ! ປຽບເໝືອນບຸຣຸສຕາບອດມາແຕ່ກໍາເນີດ ເຂົາຈະມອງເຫັນຮູບທັງຫຼາຍ ທີ່ມີສີດໍາຫຼືຂາວ ຂຽວຫຼືເຫຼືອງ ແດງຫຼືໝົ່ນກໍຫາກບໍ່ແມ່ນ, ຈະໄດ້ເຫັນບ່ອນອັນຮາບພຽງຫຼືບໍ່ຮາບພຽງກໍຫາກບໍ່ແມ່ນ, ຈະໄດ້ເຫັນດວງດາວຫຼືດວງຈັນ ແລະດວງອາທິຕກໍຫາກບໍ່ແມ່ນ. ເຂົາໄດ້ຟັງຄໍາບອກເລົ່າ ຈາກບຸຣຸສຜູ້ມີຕາດີວ່າ “ທ່ານຜູ້ຈະເຣີນ ! ຜ້າຂາວແພເນື້ອດີນັ້ນ ເປັນຂອງງົດງາມ ປາສະຈາກມົນທິນ ເປັນຜ້າສະອາດ”, ດັ່ງນີ້. ເຂົາທ່ຽວສະແຫວງຫາຜ້າຂາວນັ້ນ. ບຸຣຸສຜູ້ໜຶ່ງ ຫຼອກເຂົາດ້ວຍຜ້າແພເນື້ອຂີ້ຮ້າຍ ເປື້ອນຂີ້ຄວັນໄຟວ່າ “ນີ້ແຫຼະເປັນຜ້າຂາວແພເນື້ອດີ ເປັນຂອງງົດງາມ ປາສະ ຈາກມົນທິນ ເປັນຜ້າສະອາດ.” ດັ່ງນີ້ ; ເຂົາຮັບຜ້ານັ້ນແລ້ວ ແລະຫົ່ມຜ້ານັ້ນ. ຕໍ່ມາ ມິຕ ອາມາດ ຍາດສາຍໂລຫິຕຂອງເຂົາ ເຊີນແພດຜ່າຕັດ ຜູ້ຊໍານານມາຮັກສາ. ແພດຍ່ອມປະກອບຢາຖ່າຍໂທດໃນເບື້ອງເທິງ ຖ່າຍໂທດໃນເບື້ອງຕໍ່າ ໃຊ້ຢາຢອດ ຢາຢອດໃຫ້ກັດ ແລະຢານັດ. ເພາະອາໄສຢານັ້ນເອງ ເຂົາກັບມີຈັກຂຸດີ ລະຄວາມຮັກໃຄ່ພໍໃຈໃນຜ້າແພເນື້ອຂີ້ຮ້າຍ ເປື້ອນຂີ້ຄວັນໄຟເສຍໄດ້ ພ້ອມກັບການເກີດຂຶ້ນແຫ່ງຈັກຂຸທີ່ດີ ເຂົາຍ່ອມຈະເປັນອະມິຕ ເປັນຂ້າເສິກ ໝາຍໝັ້ນຕໍ່ບຸຣຸສຜູ້ຫຼອກເຂົານັ້ນ ຫຼືເຖິງກັບປັກໃຈຮຸນແຮງໄປວ່າ ຄວນຈະປົງຊີວິຕເສຍ ດ້ວຍຄວາມແຄ້ນວ່າ “ທ່ານຜູ້ຈະເຣີນເອີຍ ! ເຮົາຖືກບຸຣຸສຜູ້ນີ້ ຄົດໂກງ ລໍ້ລວງ ປອມທຽມເອົາດ້ວຍຜ້າແພເນື້ອຂີ້ຮ້າຍ ເປື້ອນຂີ້ຄວັນໄຟວ່າ ‘ນີ້ທ່ານຜູ້ຈະເຣີນ ! ນີ້ເປັນຜ້າຂາວແພເນື້ອດີ ເປັນຂອງງົດງາມ ປາສະຈາກມົນທິນ ເປັນຜ້າສະອາດ’ ມາດົນແທ້ແລ້ວ”, ອຸປະມານີ້ເຊັ່ນໃດ ; ມາຄັນທິຍາ ! ອຸປະໄມກໍເຊັ່ນນັ້ນເໝືອນກັນ, ຄືເຮົາສະແດງທັມແກ່ທ່ານວ່າ “ເຊັ່ນນີ້ເປັນຄວາມບໍ່ມີໂຣຄາ, ເຊັ່ນນີ້ເປັນນິພພານ” ດັ່ງນີ້ ; ທ່ານຈະຍ່ອມຮູ້ຈັກຄວາມບໍ່ມີໂຣຄາ ຈະຍ່ອມເຫັນນິພພານໄດ້ ກໍຕໍ່ເມື່ອທ່ານລະຄວາມເພີດເພີນ ແລະຄວາມກໍາໜັດ ໃນອຸປາທານັກຂັນທ໌ທັງຫ້າເສຍໄດ້ ພ້ອມກັບການເກີດຂຶ້ນແຫ່ງທັມມະຈັກຂຸຂອງທ່ານ ; ແລະຄວາມຮູ້ສຶກຈະຍ່ອມເກີດຂຶ້ນແກ່ທ່ານວ່າ “ທ່ານຜູ້ຈະເຣີນເອີຍ ! ດົນແທ້ໜໍ, ທີ່ເຮົາຖືກຈິຕນີ້ຄົດໂກງ ລໍ້ລວງ ປີ້ນປ່າຍ ຈຶ່ງວ່າ ເຮົາເມື່ອຈະຢຶດຖື ກໍຢຶດຖືເອົາແລ້ວ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ແລະຊຶ່ງວິນຍານນັ້ນເອງ, ເພາະຄວາມຢຶດຖືເປັນຕົ້ນເຫຕ ພົບຈຶ່ງມີແກ່ເຮົາ, ເພາະພົບເປັນຕົ້ນເຫຕ ຊາດຈຶ່ງມີແກ່ເຮົາ, ເພາະຊາດເປັນຕົ້ນເຫຕ ຊະຣາມໍຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະ ຈຶ່ງເກີດຂຶ້ນພ້ອມໜ້າ. ຄວາມເກີດຂຶ້ນແຫ່ງກອງທຸກຂ໌ທັງມວນນັ້ນ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້,” ດັ່ງນີ້ແລ.
- ມ. ມ. ໑໓/໒໘໔/໒໙໐.
- ມ. ມ. ໑໓/໒໘໔/໒໙໐.








