ຄວາມເປັນພຣະໂສດາບັນບໍ່ອາດແປປ່ຽນ

ໂສດາບັນ

0:00/0:00
ພິກຂຸ ທ. ! ແມ່ນແຕ່ມະຫາພູຕະຮູບສີ່ ກ່າວຄືທາຕດິນ ນໍ້າ ໄຟ ລົມ ກໍຍັງມີຄວາມແປປ່ຽນເປັນຢ່າງອື່ນໄປໄດ້. ແຕ່ເຫຼົ່າອະຣິຍະສາວົກໃນທັມວິນັຍນີ້ ຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ.... ໃນອົງຄ໌ພຣະທັມ.... ໃນອົງຄ໌ພຣະສົງຄ໌.... ຍ່ອມບໍ່ມີຄວາມແປປ່ຽນເປັນຢ່າງອື່ນເລີຍ. ຂໍ້ທີ່ວ່າຜູ້ປະກອບພ້ອມແລ້ວດ້ວຍຄວາມ ເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າເປັນຕົ້ນນັ້ນ ຍັງຈະມີການແປປ່ຽນໄປເປັນເສຍຢ່າງອື່ນ ຈົນເຂົ້າເຖິງນະຣົກກໍດີ ກໍາເນີດເດຣັດສານກໍດີ ວິສັຍແຫ່ງເປຕກໍດີ ດັ່ງນີ້ນັ້ນ ບໍ່ແມ່ນເປັນຖານະທີ່ຈະມີໄດ້ເລີຍ.

ພິກຂຸ ທ. ! ເຖິງແມ່ນມະຫາພູຕະຮູບສີ່ ກ່າວຄືທາຕດິນ ນໍ້າ ໄຟ ລົມ ກໍຍັງມີຄວາມແປປ່ຽນເປັນອື່ນໄປໄດ້, ແຕ່ເຫຼົ່າອະຣິຍະສາວົກໃນທັມວິນັຍນີ້ ຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຍ່ອມບໍ່ມີຄວາມແປປ່ຽນເປັນຢ່າງອື່ນໄດ້ເລີຍ. ຂໍ້ທີ່ວ່າ ຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້ານັ້ນ ຍັງຈະມີການແປປ່ຽນໄປ ເປັນເສຍຢ່າງອື່ນ ຈົນເຂົ້າເຖິງນະຣົກກໍດີ ກໍາເນີດເດຣັດສານກໍດີ ວິສັຍແຫ່ງເປຕກໍດີ ດັ່ງນີ້ ນັ້ນບໍ່ແມ່ນເປັນຖານະທີ່ຈະມີໄດ້ເລີຍ.

- ມຫາວາຣ. ສັງ. ໑໙/໔໕໗/໑໔໙໕-໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ