ລັກສະນະຂອງບຸກຄົນຜູ້ມີສັດທາເຫລື້ອມໃສ

ທໍາໃນເບື້ອງຕົ້ນ

0:00/0:00
ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫຼື່ອມໃສໂດຍຖານະ 3 ປະການ;
3 ປະການເປັນແນວໃດ? ຄື:
1) ເປັນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ,
2) ເປັນຜູ້ໄຝ່ທີ່ຈະຟັງທັມ,
3) ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນການສະລະ ຄວນແກ່ການຂໍ ຍິນດີໃນທານ ແລະ ການແຈກຈ່າຍທານ ຢູ່ຄອງເຮືອນ.

ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການນີ້ແລ.
ບຸກຄົນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ,
ປາຖະໜາທີ່ຈະຟັງພຣະສັດທັມ,
ກຳຈັດຄວາມຂີ້ຖີ່ອັນເປັນມົນທິນນັ້ນແລເອີ້ນວ່າ
[ຜູ້ມີສັດທາ].


ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໔໒/໔໘໐-໔໘໑
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ