ຈົ່ງບວດເພື່ອຮູ້ຄວາມດັບທຸກເໝືອນຄົນເຂົາທັງຫຼາຍຜູ້ບວດແລ້ວໂດຍຊອບ
ອະຣິຍະສັດ 4
ພິກຂຸ ທ. ! ກຸລະບຸຕທັງຫຼາຍ ໃນກາລຍືດຍາວດົນຝ່າຍອະດີຕ ໄດ້ອອກຈາກເຮືອນບວດແລ້ວ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ, ກຸລະບຸຕທັງໝົດນັ້ນ ໄດ້ບວດແລ້ວ ເພື່ອການຮູ້ຍິ່ງຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ພິກຂຸ ທ. ! ກຸລະບຸຕທັງຫຼາຍ ໃນກາລຍືດຍາວຝ່າຍອະນາຄົຕ ຈະອອກຈາກເຮືອນ ບວດແລ້ວ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ, ກຸລະບຸຕທັງໝົດນັ້ນ ກໍຈະບວດ ເພື່ອການຮູ້ຍິ່ງຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ພິກຂຸ ທ. ! ກຸລະບຸຕທັງຫຼາຍ ໃນກາລະເປັນປັຈຈຸບັນນີ້ ກໍອອກຈາກເຮືອນ ບວດຢູ່ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ, ກຸລະບຸຕທັງໝົດນັ້ນ ບວດຢູ່ ເພື່ອການຮູ້ຍິ່ງຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດ ເລື່ອງທຸກຂ໌, ເລື່ອງເຫຕໃຫ້ເກີດແຫ່ງທຸກຂ໌, ເລື່ອງຄວາມດັບບໍ່ເຫຼືອທຸກຂ໌ ແລະເລື່ອງທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
- ມະຫາວາຣະ. ສັງ. ໑໙/໕໒໑/໑໖໕໖.