ຜູ້ມີທັມມະຍານ ແລະອັນນະວະຍະຍານ (ພຣະໂສດາບັນ)
ໂສດາບັນ
ພິກຂຸ ທ. ! ກໍ ຊະຣາມະຣະນະ ເປັນແນວໃດໜໍ ? ຄວາມແກ່ ຄວາມຜຸຜຸ່ຍຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມໜັງຫ່ຽວ ຄວາມໝົດໄປໆ ແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ : ນີ້ເອີ້ນວ່າຊະຣາ. ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄືຊີວິຕຈາກສັຕນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ : ນີ້ເອີ້ນວ່າມະຣະນະ. ຊະຣານີ້ດ້ວຍ ມະຣະນະນີ້ດ້ວຍ ຍ່ອມມີຢູ່ດັ່ງນີ້; ພິກຂຸ ທ. ! ນີ້ເອີ້ນວ່າຊະຣາມະຣະນະ. ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມະຣະນະ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາດ; ຄວາມດັບບໍ່ເຫຼືອແຫ່ງຊະຣາມະຣະນະ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງຊາດ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມະຣະນະ, ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຊອບ ຄວາມດໍາຣິຊອບ ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.
ພິກຂຸ ທ. ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງ ຊຶ່ງຊະຣາມະຣະນະ ວ່າເປັນ ເຊັ່ນນີ້ໆ, ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມະຣະນະ ວ່າເປັນເຊັ່ນນີ້ໆ, ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ ວ່າເປັນເຊັ່ນນີ້ໆ, ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ ວ່າເປັນເຊັ່ນນີ້ໆ, ໃນກາລະໃດ; ໃນກາລະນັ້ນ ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ທັມມະຍານ (ຍານໃນທັມ). ດ້ວຍທັມນີ້ ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈໍາກັດກາລະ, ອະຣິຍະສາວົກນັ້ນຍ່ອມນໍາຄວາມຮູ້ນັ້ນ ໄປສູ່ນັຍຍະອັນເປັນອະດີຕ ແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລະຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຊະຣາມະຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມະຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕ ໃຫ້ລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວ ເໝືອນດັ່ງທີ່ເຮົາເອງ ໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລະຍືດຍາວນານຝ່າຍອະນາຄົຕ ຈະຮູ້ຢ່າງຍິ່ງ ຊຶ່ງຊະຣາມະຣະນະ, ຈະຮູ້ຢ່າງຍິ່ງຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມະຣະນະ, ຈະຮູ້ຢ່າງຍິ່ງ ຊຶ່ງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ, ຈະຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕ ເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນ ທຸກທ່ານກໍຈະຮູ້ຢ່າງຍິ່ງເໝືອນດັ່ງທີ່ເຮົາເອງ ໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ ຂອງອະຣິຍະສາວົກນັ້ນ ຊື່ວ່າ ອັນນະວະຢະຍານ (ຍານໃນການຮູ້ຕາມ).
ພິກຂຸ ທ. ! ຍານທັງສອງຄື ທັມມະຍານ ແລະອັນນະວະຢະຍານເຫຼົ່ານີ້ ຂອງອະຣິຍະສາວົກ ເປັນທັມມະຊາດບໍຣິສຸດ ຜ່ອງໃສ ໃນກາລະໃດ; ພິກຂຸ ທ. ! ໃນກາລະນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນວ່າ “ຜູ້ເຖິງພ້ອມແລ້ວດ້ວຍທິຕຖິ”, ດັ່ງນີ້ແດ່; ວ່າ “ຜູ້ເຖິງພ້ອມແລ້ວດ້ວຍທັສສະນະ”, ດັ່ງນີ້ແດ່; ວ່າ “ຜູ້ມາເຖິງພຣະສັດທັມນີ້ແລ້ວ”, ດັ່ງນີ້ແດ່; ວ່າ “ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້”, ດັ່ງນີ້ແດ່; ວ່າ “ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ”, ດັ່ງນີ້ແດ່; ວ່າ “ຜູ້ປະກອບດ້ວຍວິຊຊາອັນເປັນເສຂະ”, ດັ່ງນີ້ແດ່; ວ່າ “ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ”, ດັ່ງນີ້ແດ່; ວ່າ “ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ”, ດັ່ງນີ້ແດ່; ວ່າ “ຢືນຢູ່ຈໍາປາກປະຕູແຫ່ງອະມະຕະ”, ດັ່ງນີ້ແດ່, ດັ່ງນີ້.
(ຂໍ້ຄວາມຂ້າງເທິງນີ້ ເປັນກໍລະນີ ແຫ່ງປະຕິດຈສະມຸບປັນນະທັມຄື ຊະຣາແລະມະຣະນະ ທີ່ອະຣິຍະສາວົກມາຮູ້ທົ່ວເຖິງໂດຍນັຍແຫ່ງອະຣິຍະສັຈຈ໌ສີ່ແລ້ວ ເຮັດໃຫ້ມີທັມມະຍານແລະອັນນະວະຢະຍານ ແລະເຮັດໃຫ້ເປັນຜູ້ເຖິງພ້ອມແລ້ວ ດ້ວຍທິຕຖິເປັນຕົ້ນ. ຕໍ່ໄປໄດ້ຕຣັດເຖິງປະຕິຈຈະສະມຸບປັນນະທັມ ຄືຊາດ...ພົບ...ອຸປາທານ...ຕັນຫາ...ເວທະນາ...ຜັສສະ...ສະລາຍະຕະນະ...ນາມຮູບ...ວິນຍານ...ສັງຂາຣ ແຕ່ລະຢ່າງໆ ວ່າອະຣິຍະສາວົກ ມາຮູ້ທົ່ວເຖິງ ໂດຍນັຍແຫ່ງ ອະຣິຍະສັຈຈ໌ສີ່ ແລ້ວກໍເຮັດໃຫ້ມີທັມມະຍານ ແລະອັນນະວະຢະຍານ ເປັນຕົ້ນ ໄວ້ເຊັ່ນດຽວກັນກັບ ໃນກໍລະນີແຫ່ງປະຕິຈຈະສະມຸບປັນນະທັມ ຄືຊະຣາແລະມະຣະນະນັ້ນ; ລາຍລະອຽດ ຫາອ່ານເບິ່ງໄດ້ຈາກໜັງສືປະຕິຈຈ. ໂອ. ໝວດທີ່ ໖ ຫົວຂໍ້ວ່າ “ຍານວັຕຖຸ ໔໔ ໃນປະຕິຈຈະສະມຸບບາດ ເພື່ອຄວາມເປັນໂສດາບັນ”).
- ນິທານ. ສັງ. ໑໖/໖໘-໗໑/໑໒໐-໑໒໕.
ພຣະໂສດາບັນຮູ້ຈັກອິນຊີຫົກ
ພິກຂຸ ທ. ! ອິນຊີຫົກຢ່າງ ເຫຼົ່ານີ້ມີຢູ່. ຫົກຢ່າງອັນໃດໜໍ ? ຫົກຢ່າງຄື ຈັກຂຸນຊີ ໂສຕິນຊີ ຄານິນຊີ ຊິວຫິນຊີ ກາຢິນຊີ ມະນິນຊີ.
ພິກຂຸ ທ. ! ເມື່ອໃດແລ ອະຣິຍະສາວົກ ມາຮູ້ຈັກຄວາມກໍ່ຂຶ້ນແຫ່ງອິນຊີຫົກເຫຼົ່ານີ້, ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ແຫ່ງອິນຊີຫົກເຫຼົ່ານີ້, ຮູ້ຈັກອິນຊີທັງຫົກເຫຼົ່ານີ້ໃນແງ່ທີ່ມັນໃຫ້ສະເໜ່, ຮູ້ຈັກອິນຊີທັງຫົກເຫຼົ່ານີ້ໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອິນຊີທັງຫົກເຫຼົ່ານີ້, ຕາມທີ່ຖືກທີ່ຈິງ; ພິກຂຸ ທ. ! ເມື່ອນັ້ນແຫຼະ ອະຣິຍະສາວົກນັ້ນ ເຮົາເອີ້ນວ່າ ເປັນພຣະໂສດາບັນ ມີອັນບໍ່ຕົກຕໍ່າ ເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ຈະຕຣັສຮູ້ທັມພ້ອມໄດ້ ໃນເບື້ອງໜ້າ.
- ມຫາວາຣ. ສັງ. ໑໙/໒໗໑/໙໐໒-໙໐໓.