ພຣະຜູ້ມີພຣະພາຄຫາຍປະຊວນດ້ວຍໂພດຊົງ 7

ທາງສາຍກາງ

0:00/0:00
ສມັຍໜຶ່ງພຣະຜູ້ມີພຣະພາຄປະທັບຢູ່ພຣະວິຫາຣເວລຸວັນກະລັນຖະກະນິວາປະສະຖານ ໃກ້ພຣະນະຄອນຣາຊຄຶຫ໌ ກໍໃນສມັຍນັ້ນ ພຣະຜູ້ມີພຣະພາຄຊົງປະຊວນ ບໍ່ສະບາຍ ເປັນໄຂ້ໜັກ.
ຄັ້ງນັ້ນ ພຣະມະຫາຈຸນທະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສກັບທ່ານພຣະມະຫາຈຸນທະວ່າ:

ຈຸນທະ! ໂພຊຊົງຄ໌ຈົ່ງແຈ່ມແຈ້ງກັບເຈົ້າເຖີດ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂພຊຊົງຄ໌ 7 ເຫລົ່ານີ້ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ສະຕິສັມໂພຊຊົງຍ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ທັມມະວິຈະຍະສັມໂພຊຊົງຄ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ວິຣິຍະສັມໂພຊຊົງຄ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ປິຕິສັມໂພຊຊົງຄ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ປັສສັທທິສັມໂພຊຊົງຄ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ສະມາທິສັມໂພຊຊົງຄ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ອຸເປກຂາສັມໂພຊຊົງຄ໌ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂພຊຊົງຄ໌ ໗ ເຫລົ່ານີ້ ພຣະຜູ້ມີພຣະພາຄຕຣັສໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ຈຸນທະ! ໂພຊຊົງຄ໌ດີຫລາຍ. ຈຸນທະ ໂພຊຊົງຄ໌ດີຫລາຍ.

ທ່ານພຣະມະຫາຈຸນທະໄດ້ກ່າວພາສິຕນີ້ແລ້ວ ພຣະສາສດາຊົງພໍພຣະທັຍ. ພຣະຜູ້ມີພຣະພາຄຊົງຫາຍປະຊວນນັ້ນ ແລະອາພາທນັ້ນ ອັນພຣະຜູ້ມີພຣະພາຄຊົງລະໄດ້ແລ້ວດ້ວຍປະກາຣຢ່າງນີ້ແລ.

----------------------------------------------------------------------------
ສັງຍູຕຕະນິກາຍ ມະຫາວາຣະວັຄ ໑໙/໑໐໘-໑໐໙/໒໔໕-໒໔໘
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ