ເປັນຫຍັງຄົນທີ່ເຮັດບາບກຳເຊັ່ນດຽວກັນ ແຕ່ຮັບວິບາກກຳຕ່າງກັນ
ກຳ
ພິກຂຸທັງຫຼາຍ ! ໃຜຍ່ອມກ່າວວ່າ ຄົນເຮັດກັມແນວໃດໆ ຍ່ອມສະເຫວີຍກັມນັ້ນແນວນັ້ນໆ ດັ່ງນີ້ ເມື່ອເປັນເຊັ່ນນັ້ນ ການຢູ່ປະພຶຕພຣົມມະຈັນກໍມີບໍ່ໄດ້ ຊ່ອງທາງທີ່ຈະເຮັດທີ່ສຸດທຸກຂ໌ໂດຍຖືກຕ້ອງກໍບໍ່ປາກົດ ສ່ວນໃຜກ່າວວ່າຄົນເຮັດກັມອັນຈະຍ່ອມ ໃຫ້ຜົລແນວໃດໆ ຍ່ອມສະເຫວີຍຜົລຂອງກັມນັ້ນ ແນວນັ້ນໆ ດັ່ງນີ້ ເມື່ອເປັນເຊັ່ນນີ້ ການຢູ່ປະພຶຕພຣົມມະຈັນຍ່ອມມີໄດ້ ຊ່ອງທາງທີ່ຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງ ກໍຍ່ອມປາກົດ.
ພິກຂຸທັງຫຼາຍ ! ບາບກັມແມ່ນປະມານໜ້ອຍ ທີ່ບຸກຄົນບາງຄົນເຮັດແລ້ວ ບາບກັມນັ້ນຍ່ອມນໍາເຂົາໄປນະຣົກໄດ້ ບາບກັມປະມານໜ້ອຍ ແນວດຽວກັນນັ້ນ ບາງຄົນເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ (ໃຫ້ຜົລໃນພົບປັດຈຸບັນ)
ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ.
ບາບກັມແມ່ນປະມານໜ້ອຍ ບຸກຄົນຊະນິດໃດເຮັດແລ້ວບາບກັມນັ້ນ ຈຶ່ງນໍາເຂົາໄປນະຣົກໄດ້ ?
ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີກາຍບໍ່ໄດ້ອົບຮົມ ມີສີລບໍ່ໄດ້ອົບຮົມ ມີຈິຕບໍ່ໄດ້ອົບຮົມ ມີປັນຍາບໍ່ໄດ້ອົບຮົມ ມີຄຸນຄວາມດີໜ້ອຍ ເປັນອັປປະຕຸມະ (ຜູ້ມີໃຈຄັບແຄບ ໃຈຫຍາບ ໃຈຕ່ຳຊາມ) ເປັນອັປປະທຸກຂະວິຫາຣີ (ມີປົກກະຕິຢູ່ເປັນທຸກຂ໌ດ້ວຍເຫຕເລັກນ້ອຍ ຄືເປັນຄົນເຈົ້າທຸກຂ໌) ບາບກັມແມ່ນປະມານໜ້ອຍ ບຸກຄົນຊະນິດນີ້ເຮັດແລ້ວ ບາບກັມນັ້ນຍ່ອມນໍາເຂົາໄປນະຣົກໄດ້.
ບາບກັມປະມານໜ້ອຍແນວດຽວກັນ ບຸກຄົນຊະນິດໃດເຮັດແລ້ວ ກັມນັ້ນຈຶ່ງເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ ?
ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີກາຍໄດ້ອົບຮົມແລ້ວມີສີລໄດ້ອົບຮົມແລ້ວ ມີຈິຕໄດ້ອົບຮົມແລ້ວ ມີປັນຍາໄດ້ອົບຮົມແລ້ວ ມີຄຸນຄວາມດີຫຼາຍ ເປັນມະຫາຕະມະ (ຜູ້ມີໃຈກວ້າງຂວາງ ໃຈບຸນ ໃຈສູງ) ເປັນອັປປະມານະວິຫາຣີ (ມີປົກກະຕິຢູ່ດ້ວຍທັມ ອັນຫາປະມານບໍ່ໄດ້ ຄືເປັນຄົນບໍ່ມີຫຼືບໍ່ສະແດງກິເລສ ຊຶ່ງຈະເປັນເຫຕໃຫ້ເຂົາປະມານໄດ້ວ່າເປັນຄົນດີສ່ຳໃດ) ບາບກັມປະມານໜ້ອຍເຊັ່ນດຽວກັນນັ້ນ ບຸກຄົນຊະນິດນີ້ເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ.
ພິກຂຸທັງຫຼາຍ ! ເຊັ່ນວ່າຄົນໃສ່ເກືອລົງໄປໃນຖ້ວຍນ້ຳນ້ອຍໆ ໜຶ່ງກ້ອນ ທ່ານທັງຫຼາຍຈະສໍາຄັນວ່າແນວໃດ ນ້ຳອັນ ໜ້ອຍໃນຖ້ວຍນ້ຳນັ້ນ ຈະກາຍເປັນນ້ຳເຄັມ ບໍ່ໜ້າດື່ມໄປ ເພາະເກືອກ້ອນນັ້ນແມ່ນບໍ່ ?
“ເປັນເຊັ່ນນັ້ນ ຂ້ານ້ອຍ !” .
ເພາະເຫຕໃດ ?
ເພາະເຫຕວ່າ ນ້ຳໃນຖ້ວຍນ້ຳນັ້ນມີໜ້ອຍ ມັນຈຶ່ງເຄັມໄດ້... ເພາະເກືອກ້ອນນັ້ນ.
ເຊັ່ນວ່າ ຄົນໃສ່ເກືອກ້ອນຂະໜາດດຽວກັນນັ້ນ ລົງໄປໃນແມ່ນ້ຳຄົງຄາ ທ່ານທັງຫຼາຍຈະສໍາຄັນວ່າແນວໃດ ນ້ຳໃນແມ່ນ້ຳຄົງຄານັ້ນຈະກາຍເປັນນ້ຳເຄັມ ດື່ມບໍ່ໄດ້ເພາະເກືອກ້ອນນັ້ນຫຼືບໍ່ ?
“ເປັນໄປບໍ່ໄດ້ ຂ້ານ້ອຍ !”.
ເພາະເຫຕໃດ ?
ເພາະເຫຕວ່າ ນ້ຳໃນແມ່ນ້ຳຄົງຄາມີຫຼາຍ ນ້ຳນັ້ນຈຶ່ງບໍ່ເຄັມ... ເພາະເກືອກ້ອນນັ້ນ.
ເຊັ່ນນັ້ນ ນັ້ນແຫລະ.
ພິກຂຸທັງຫຼາຍ ! ບາບກັມແມ່ນປະມານໜ້ອຍ ບຸກຄົນບາງຄົນເຮັດແລ້ວ ບາບກັມນັ້ນຍ່ອມນໍາໄປນະຣົກໄດ້ ສ່ວນບາບກັມປະມານໜ້ອຍແນວດຽວກັນນັ້ນ ບາງຄົນເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ...
ພິກຂຸທັງຫຼາຍ ! ຄົນບາງຄົນຍ່ອມຜູກພັນເພາະຊັບ ພຽງເຄິ່ງກະຫາປະນະ... ພຽງ ໑ ກະຫາປະນະ... ແມ່ນແຕ່ ໑໐໐ ກະຫາ ປະນະ ສ່ວນບາງຄົນບໍ່ຜູກພັນເພາະຊັບພຽງເທົ່ານັ້ນ ຄົນແນວ ໃດ ຈຶ່ງຜູກພັນເພາະຊັບພຽງແຕ່ເຄິ່ງກະຫາປະນະ. ໆລໆ ຄົນບາງຄົນໃນໂລກນີ້ເປັນຄົນຈົນ ມີສົມບັດໜ້ອຍ ມີໂພຄະໜ້ອຍຄົນເຊັ່ນນີ້ຍ່ອມຜູກພັນເພາະຊັບພຽງເຄິ່ງກະຫາປະນະ. ໆລໆ
ຄົນແນວໃດ ບໍ່ຜູກພັນເພາະຊັບພຽງທໍ່ນັ້ນ ?
ຄົນບາງຄົນໃນໂລກນີ້ເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ຄົນເຊັ່ນນີ້ ຍ່ອມບໍ່ຜູກພັນເພາະຊັບພຽງທໍ່ນັ້ນ ເຊັ່ນນັ້ນ ນັ້ນແຫຼະ.
ພິກຂຸທັງຫຼາຍ ! ບາບກັມແມ່ນປະມານໜ້ອຍ ບຸກຄົນບາງຄົນເຮັດແລ້ວ ບາບກັມນັ້ນຍ່ອມນໍາເຂົາໄປນະຣົກໄດ້ ສ່ວນບາບກັມປະມານໜ້ອຍແນວດຽວກັນນັ້ນ ບຸກຄົນບາງຄົນ
ເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ...
ພິກຂຸທັງທັງຫຼາຍ ! ພານແກະຫຼືຄົນຂ້າແກະ ບາງຄົນອາດຂ້າ ມັດ ປິ້ງ ຫຼືເຮັດຕາມປະສົງ ຊຶ່ງແກະທີ່ລັກເພິ່ນມາໄດ້ ບາງຄົນບໍ່ອາດເຮັດເຊັ່ນນັ້ນ ພານແກະ ຫຼືຄົນຂ້າແກະເຊັ່ນໃດ ຈຶ່ງ ອາດຂ້າ ມັດ ປິ້ງ ຫຼືເຮັດຕາມປະສົງ ຊຶ່ງແກະທີ່ລັກເພິ່ນມາໄດ້ ?
ບາງຄົນເປັນຄົນຍາກຈົນ ມີສົມບັດໜ້ອຍ ມີໂພຄະໜ້ອຍພານແກະ ຫຼືຄົນຂ້າແກະເຊັ່ນນີ້ ອາດຂ້າ ໆລໆ ຊຶ່ງແກະທີ່ລັກເພິ່ນມາໄດ້.
ພານແກະຫຼືຄົນຂ້າແກະເຊັ່ນໃດ ບໍ່ອາດເຮັດເຊັ່ນນັ້ນ ?
ບາງຄົນເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ເປັນ
ພະຣາຊາຫຼືຣາຊະມະຫາອາມາຕ ພານແກະຫຼືຄົນຂ້າແກະເຊັ່ນນີ້ບໍ່ອາດເຮັດເຊັ່ນນັ້ນ ມີແຕ່ວ່າຄົນອື່ນຈະປະນົມມືຂໍກັບເຂົາວ່າທ່ານຜູ້ນິຣະທຸກຂ໌ ທ່ານຈົ່ງໂຜດໃຫ້ແກະຫຼືຊັບຄ່າຊື້ແກະແກ່ຂ້າພະເຈົ້າແດ່ ດັ່ງນີ້ ເຊັ່ນໃດ ເຊັ່ນນັ້ນເໝືອນກັນ.
ພິກຂຸທັງຫຼາຍ ! ບາບກັມແມ່ນປະມານໜ້ອຍ ບຸກຄົນ ບາງຄົນເຮັດແລ້ວ ບາບກັມນັ້ນນໍາເຂົາໄປນະຣົກໄດ້ ສ່ວນບາບກັມປະມານໜ້ອຍແນວດຽວກັນນັ້ນ ບາງຄົນເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ...
ພິກຂຸທັງຫຼາຍ ! ໃຜກ່າວວ່າຄົນເຮັດກັມ ແນວໃດໆ ຍ່ອມສະເຫວີຍກັມນັ້ນ ແນວນັ້ນໆ ດັ່ງນີ້ ເມື່ອເປັນເຊັ່ນນັ້ນໆ ການຢູ່ປະພຶຕພຣົມມະຈັນຍ່ອມມີບໍ່ໄດ້ ຊ່ອງທາງທີ່ຈະເຮັດທີ່ສຸດທຸກຂ໌ໂດຍຖືກຕ້ອງກໍບໍ່ປາກົດ
ສ່ວນໃຜກ່າວວ່າ ຄົນເຮັດກັມອັນຈະຍ່ອມໃຫ້ຜົລແນວໃດໆ ຍ່ອມສະເຫວີຍຜົລຂອງກັມນັ້ນ ແນວນັ້ນໆ ດັ່ງນີ້ ເມື່ອເປັນເຊັ່ນນີ້ ການຢູ່ປະພຶຕພຣົມມະຈັນຍ່ອມມີໄດ້ ຊ່ອງທາງທີ່ຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງກໍຍ່ອມປາກົດ.
ຕິກ. ອັງ. ໒໐/໓໒໐/໕໔໐.