ຄວາມຮູ້ສຶກຂອງປຸຖຸຊົນໄຂວ່ກັນຢູ່ສະເໝີຕໍ່ຫຼັກແຫ່ງອະຣິຍະສັດ

ອະຣິຍະສັດ 4

0:00/0:00
ຄະຫະບໍດີ ! ໜ້າຕາຂອງທ່ານສະແດງວ່າ ທ່ານກໍາລັງບໍ່ມີຈິດ ບໍ່ມີໃຈ, ໜ້າຕາຂອງທ່ານ ຜິດປົກກະຕິໄປແລ້ວ.
“ທ່ານຜູ້ຈະເຣີນ ! ໜ້າຕາຂອງຂ້າພະເຈົ້າ ຈະບໍ່ຜິດປົກກະຕິໄດ້ແນວໃດໜໍ, ເພາະວ່າ ລູກນ້ອຍ ເປັນທີ່ຮັກທີ່ພໍໃຈຄົນດຽວ ຂອງຂ້າພະເຈົ້າຕາຍເສຍແລ້ວ. ເພາະການຕາຍຂອງລູກນ້ອຍນັ້ນ ການງານກໍມືດມົນ ເຂົ້າປາອາຫາຣກໍມືດມົນ. ຂ້າພະເຈົ້າເອົາແຕ່ໄປສູ່ບ່ອນທີ່ເຜົາລູກ ແລ້ວຄໍ່າຄວນຢູ່ວ່າ ລູກນ້ອຍຄົນດຽວ ຢູ່ໃສໆ”.

ມັນເປັນເຊັ່ນນັ້ນແຫຼະໆ ຄະຫະບໍດີ ! ໂສກະປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະທັງຫຼາຍນັ້ນ ເກີດຈາກຂອງຮັກ ມີຂອງຮັກເປັນແດນເກີດ.

“ທ່ານຜູ້ຈະເຣີນ ! ໂສກະປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະທັງຫຼາຍນັ້ນ ເກີດຈາກຂອງຮັກ ມີຂອງຮັກເປັນແດນເກີດໄດ້ແນວໃດກັນ ; ເພາະວ່າ ຄວາມເພີດເພີນ ແລະໂສມະນັດສະຕ່າງຫາກ ທີ່ເກີດແຕ່ຂອງຮັກ ມີຂອງຮັກເປັນແດນເກີດ.”

ຄະຫະບໍດີນັ້ນ ບໍ່ຍອມຮັບ ບໍ່ຄັດຄ້ານຄໍາຂອງພຣະຜູ້ມີພຣະພາຄເຈົ້າ ລຸກຈາກອາສະນະແລ້ວຜ່າຍໄປເສຍ. ລາວໄດ້ເຂົ້າໄປຫາກຸ່ມນັກເລງສະກາ ທີ່ຫຼິ້ນສະກາກັນຢູ່ ໃນບ່ອນໃກ້ໆກັນນັ້ນ ; ເລົ່າເລື່ອງໃຫ້ຟັງແລ້ວກໍໄດ້ຮັບຄໍາຮັບຮອງສົມອ້າງ ຈາກພວກນັກເລງສະກາເຫຼົ່ານັ້ນວ່າ “ຖືກແລ້ວໆ ທ່ານຄະຫະບໍດີ ! ຄວາມເພີດເພີນແລະໂສມະນັດສະເກີດແຕ່ຂອງຮັກ ມີຂອງຮັກເປັນແດນເກີດຢ່າງແນ່ນອນ” ດັ່ງນີ້ ; ລາວກໍພໍໃຈວ່າຄວາມຄິດຂອງລາວ ກົງກັນກັບຄວາມຄິດຂອງນັກເລງສະກາທັງຫຼາຍ ດັ່ງນີ້ແລ້ວ ກໍຜ່າຍໜີໄປ.
- ມ. ມ. ໑໓/໔໘໙/໕໓໖.

(ຂໍ້ນີ້ສະແດງວ່າ ຄວາມຄິດຂອງພວກປຸຖຸຊົນ ຍ່ອມກົງກັນສະເໝີ ແຕ່ບໍ່ອາດຈະລົງຮອຍກັນໄດ້ກັບຄວາມຈິງທີ່ເປັນອະຣິຍະສັຈຈ໌).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ