ຜູ້ຄວນມີສິດອຸປັດຖາກ

ວິໄນສົງ

0:00/0:00
ພິກຂຸທັງຫລາຍ ! ພິກຂຸ ຜູ້ປະກອບດ້ວຍທັມ 5 ຢ່າງ ຕ້ອງໃຫ້ສາມະເນນອຸປັດຖາກໄດ້ .
ທັມ 5 ຢ່າງ ອັນໃດຫນໍ ? 5 ຢ່າງຄື :

ພິກຂຸ ໃນທັມວິໄນນີ້ :

1. ເປັນຜູ້ປະກອບດ້ວຍ ກອງສິນອັນເປັນ ອະເສຂະ

2. ເປັນຜູ້ປະກອບດ້ວຍ ກອງສະມາທິ ອັນເປັນອະເສຂະ

3. ເປັນຜູ້ປະກອບດ້ວຍ ກອງປັນຍາອັນເປັນ ອະເສຂະ

4. ເປັນຜູ້ປະກອບດ້ວຍ ກອງວິມຸດຕິ ອັນເປັນ ອະເສຂະ

5. ເປັນຜູ້ປະກອບດ້ວຍ ກອງວິມຸດຕິຍານນະທັດສະນະ ອັນເປັນ ອະເສຂະ.

ພິກຂຸທັງຫລາຍ ! ພິກຂຸປະກອບດ້ວຍທັມ 5 ຢ່າງເຫລົ່ານີ້ແລ. ຕ້ອງໃຫ້ສາມະເນນ ອຸປັດຖາກ ໄດ້.

- ບາລີ ພຸທທະພາສິຕ ປນຈກ. ອໍ ໒໒/໓໐໑/໒໕໔.
(ຕຣັສແກ່ພິກຂຸທັງຫລາຍ)
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ