ອານິສົງຂອງການຈະເລີນເມດຕາ
ພຣົມວິຫານ 4
ດູຣາພິກຂຸທັງຫຼາຍ !
ພວກທ່ານທັງຫຼາຍຢ່າຢ້ານກົວຕໍ່ບຸນເລີຍ ຄໍາວ່າ "ບຸນ" ນີ້ເປັນຊື່ແຫ່ງຄວາມສຸກ
ດູຣາພິກຂຸທັງຫຼາຍ !
ເຮົາຍ່ອມຮູ້ຊັດເຈນເຊິ່ງຜົນແຫ່ງບຸນອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ເຮົາສະເຫວີຍແລ້ວຕະລອດກາລະນານ ເຮົາຈະເຣີນເມດຕາຈິດຕະລອດ ໗ ປີ ເຮົາບໍ່ໄດ້ກັບມາຍັງໂລກນີ້ຕະລອດ ໗ ສັງວັດຕະວິວັດຕະກັບ.
ດູຣາພິກຂຸທັງຫຼາຍ !
ເມື່ອໂລກເຖິງຄວາມພິນາດ ເຮົາເຂົ້າເຖິງພຣົມມະໂລກຊັ້ນອາພັສສະຣະ ເມື່ອໂລກຍັງບໍ່ເຖິງຄວາມພິນາດ ເຮົາຍ່ອມເຂົ້າເຖິງວິມານພຣົມອັນວ່າງເປົ່າ ໃນວິມານພຣົມນັ້ນ ເຮົາເປັນພຣົມ ເປັນທ້າວມະຫາພຣົມ ມີຄວາມເປັນໃຫຍ່ເຊິ່ງໃຜໆບໍ່ສາມາດຄອບງວຳໄດ້ ມີຄວາມເຫັນແນ່ນອນ ມີອໍານາດ, ເຮົາໄດ້ເປັນທ້າວສັກກະເທວະຣາດເຖິງ ໓໖ ຄັ້ງ, ເຮົາໄດ້ເປັນພຣະເຈົ້າຈັກກະພັດຕິຣາດຜູ້ຊົງທັມ ເປັນພຣະຣາຊາໂດຍທັມ ມີມະຫາສະໝຸດທັງ ໔ ເປັນຂອບເຂດ ເປັນຜູ້ຊະນະສົງຄາມ ມີຊົນນະບົດທີ່ມີຄວາມໝັ້ນຄົງ ປະກອບດ້ວຍຣັຕນະ ໗ ປະການ ຫຼາຍຮ້ອຍຄັ້ງຄື ຈັກແກ້ວ, ຊ້າງແກ້ວ, ມ້າແກ້ວ, ມະນີແກ້ວ, ນາງແກ້ວ, ຄະຫະບໍດີແກ້ວ, ຂຸນພົນແກ້ວເປັນຖ້ວນເຈັດ.
ອີກຢ່າງໜຶ່ງ ເຮົາເຄີຍມີບຸດຫຼາຍກວ່າພັນ ລ້ວນແຕ່ເປັນຜູ້ກ້າຫານ ສາມາດຫຍ້ຳຍີຂ້າເສິກໄດ້ ເຮົາຄອບຄອງປະຖະພີອັນມີມະຫາສະໝຸດເປັນຂອບເຂດໂດຍທັມ ບໍ່ຕ້ອງໃຊ້ອາດຍາ ບໍ່ຕ້ອງໃຊ້ສັດຕຣາ.
.......................................
ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ
ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໗໕/໕໙