ເຫດໃຫ້ເກີດເປັນສັຕເດຣັດສານ

ພົບພູມ

0:00/0:00
ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກມີຫຍ້າເປັນພັກສາ ສັຕເດຣັດສານພວກນັ້ນ ຍ່ອມໃຊ້ແຂ້ວແຫ້ນເລັມກິນຫຍ້າຂຽວສົດ ກໍກຸ່ມສັຕເດຣັດສານຈໍາພວກມີຫຍ້າເປັນພັກສາ ຄືຈັ່ງໃດ ? ຄື ມ້າ ງົວ ລາ ແກະ ຄະນາເນື້ອ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ທີ່ມີຫຍ້າເປັນພັກສາ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກທີ່ມີຫຍ້າເປັນພັກສາເຫຼົ່ານັ້ນ.

ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກມີຄູດເປັນພັກສາ ສັຕເດຣັດສານພວກນັ້ນ ໄດ້ກິ່ນຄູດແຕ່ໄກໆ ແລ້ວຍ່ອມແລ່ນໄປດ້ວຍຫວັງວ່າ ຈະກິນບ່ອນນີ້ ຈະກິນບ່ອນນີ້ ປຽບເໝືອນພວກພຣາມກ້າວຍ່າງໄປຕາມກິ່ນເຄື່ອງບູຊາດ້ວຍຕັ້ງໃຈວ່າ ຈະກິນບ່ອນນີ້ ຈະກິນບ່ອນນີ້ ເຊັ່ນໃດ.
ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ທີ່ກຸ່ມສັຕເດຣັດສານຈໍາພວກມີຄູດເປັນພັກສາ ສັຕເດຣັດສານພວກນັ້ນ ໄດ້ກິ່ນຄູດແຕ່ໄກໆ ແລ້ວຍ່ອມແລ່ນໄປດ້ວຍຫວັງວ່າ ຈະກິນບ່ອນນີ້

ຈະກິນບ່ອນນີ້ ກໍກຸ່ມສັຕເດຣັດສານຈໍາພວກມີຄູດເປັນພັັກສາ ຄືຈັ່ງໃດ ? ຄື ໄກ່ ໝູ ໝາບ້ານ ໝາປ່າ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ທີ່ມີຄູດເປັນພັກສາ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກທີ່ມີຄູດເປັນພັກສາເຫຼົ່ານັ້ນ.

ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນບ່ອນມືດ ກໍກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນບ່ອນມືດ ຄືຈັ່ງໃດ ? ຄື ຕັກແຕນ ມອດ ຂີ້ກະເດືອນ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ເກີດແກ່ຕາຍໃນບ່ອນມືດ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກເກີດແກ່ຕາຍໃນບ່ອນມືດ.

ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນນໍ້າ ກໍກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນນໍ້າ ຄືຈັ່ງໃດ ? ຄື ປາ ເຕົ່າ ແຂ້ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ເກີດແກ່ຕາຍໃນນໍ້າ.

ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈໍາພວກເກີດແກ່ຕາຍໃນນໍ້າ.

ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນຂອງເປິເປື້ອນ ກໍກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນຂອງເປິເປື້ອນ ຄືຈັ່ງໃດ ? ຄື ໝູ່ສັຕຈໍາພວກທີ່ເກີດແກ່ຕາຍໃນປາເນົ່າກໍມີ ໃນສົບເນົ່າກໍມີ ໃນເຂົ້າໜົມກຸມມາສະເກົ່າກໍມີ ໃນນໍ້າຄໍາກໍມີ ໃນຂຸມເນົ່າເປື້ອນກໍມີ ຫຼືແມ່ນແຕ່ຈໍາພວກ ອື່ນໆ ບໍ່ວ່າຊະນິດໃດໆ ເກີດແກ່ຕາຍໃນຂອງເປິເປື້ອນ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກເກີດແກ່ຕາຍໃນຂອງເປິເປື້ອນ.

ພິກຂຸທັງຫຼາຍ ! ເຮົາກ່າວເລື່ອງກໍາເນີດເດຣັດສານ ແມ່ນວ່າໂດຍອະເນກປະຣິຍາຍແລພຽງສໍ່ານີ້ ຈະກ່າວໃຫ້ເຖິງຈົນວ່າຮອດຄວາມທຸກຂ໌ໃນກໍາເນີດເດຣັດສານ ບໍ່ແມ່ນເຮັດໄດ້ງ່າຍ.

- ບາລີ ອຸປຣິ. ມ. ໑໔/໓໑໗-໓໑໙/໔໗໖-໔໘໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ