ຜູ້ປາຣົບອິທິບາດ 4 ຊື່ວ່າປາຣົບມັກ

ອິທິບາດ 4

0:00/0:00
ດູຣາພິກຂຸທັງຫຼາຍ ! ອິທທິບາທ ໔ ອັນຊົນເຫຼົ່າໃດເຫຼົ່າຫນຶ່ງ ເບື່ອແລ້ວ ຊົນເຫຼົ່ານັ້ນຊື່ວ່າ ເບື່ອອະຣິຍະມັກເຄື່ອງໃຫ້ເຖິງຄວາມສິ້ນ ທຸກຂ ໌ໂດຍຊອບ, ອິທທິບາທ ໔ ອັນຊົນເຫຼົ່າໃດເຫຼົ່າຫນຶ່ງປາຣົບແລ້ວ ຊົນເຫຼົ່ານັ້ນຊື່ວ່າ ປາຣົບອະຣິຍະມັກເຄື່ອງໃຫ້ເຖິງຄວາມສິ້ນທຸກຂ໌ ໂດຍຊອບ.
ອິທທິບາທ ໔ ນັ້ນເປັນຢ່າງໃດຫນໍ ? ຄື:
ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ວິຣິຍະສະມາທິ ແລະ
ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ຈິຕຕະສະມາທິ ແລະ
ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ວິມັງສາສະມາທິ
ແລະ ປະທານສັງຂາຣ.

ດູຣາພິກຂຸທັງຫຼາຍ ! ອິທທິບາທ ໔ ຢ່າງເຫຼົ່ານີ້ອັນຊົນເຫຼົ່າ ໃດເຫຼົ່າຫນຶ່ງເບື່ອແລ້ວ ຊົນເຫຼົ່ານັ້ນຊື່ວ່າ ເບື່ອອະຣິຍະມັກເຄື່ອງໃຫ້ ເຖິງຄວາມສິ້ນທຸກຂ໌ໂດຍຊອບ, ອິທທິບາທ ໔ ຢ່າງເຫຼົ່ານີ້ອັນຊົນເຫຼົ່າ ໃດເຫຼົ່າຫນຶ່ງປາຣົບແລ້ວ ຊົນເຫຼົ່ານັ້ນຊື່ວ່າ ປາຣົບອະຣິຍະມັກເຄື່ອງ ໃຫ້ເຖິງຄວາມສິ້ນທຸກຂ ໂດຍຊອບ.

ສະບັບຫຼວງ ໑໙/໒໖໘/໑໑໐໙
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ