ລັກສະນະແຫ່ງນິບພານທາດສອງຊະນິດ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ນິພພານທາຕມີ ໒ ຢ່າງ, ສອງຢ່າງເຫຼົ່າໃດໜໍ ? ສອງຢ່າງຄື ສະອຸປາທິເສສະນິພພານທາຕ ແລະ ອະນຸປາທິເສສະນິພພານທາຕ.

ກ. ສະອຸປາທິເສສະນິພພານທາຕ

ພິກຂຸ ທ. ! ສະອຸປາທິເສສະນິພພານທາຕ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເປັນພຣະອໍຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ໄດ້ເຮັດກິຈທີ່ຄວນເຮັດສໍາເລັດແລ້ວ ປົງພາຣະລົງໄດ້ແລ້ວ ໄດ້ບັນລຸເຖິງປະໂຍຊນ໌ຂອງຕົນແລ້ວ ມີກິເລສ ອັນເປັນເຄື່ອງຜູກມັດຕິດໃຫ້ຢູ່ກັບພົບດັບສິ້ນໄປຮອບແລ້ວ ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ. ອິນຊີຫ້າຂອງເຂົາຍັງຕັ້ງຢູ່ ເພາະເປັນອິນຊີທີ່ຍັງບໍ່ຖືກກໍາຈັດ ເຂົາຍ່ອມສະເຫວີຍອາຣົມ ອັນເປັນທີ່ພໍໃຈແດ່ ບໍ່ເປັນທີ່ພໍໃຈແດ່ ໃຫ້ຮູ້ສຶກສຸຂແລະທຸກຂ໌ແດ່. ຄວາມດັບສິ້ນໄປແຫ່ງຣາຄະ ຄວາມດັບສິ້ນໄປແຫ່ງໂທສະ ຄວາມດັບສິ້ນໄປແຫ່ງໂມຫະ ຂອງເຂົາອັນໃດ, ພິກຂຸ ທ. ! ອັນນັ້ນແຫຼະເຮົາເອີ້ນວ່າ ສະອຸປາທິເສສະນິພພານທາຕ.

ຂ. ອະນຸປາທິເສສະນິພພານທາຕ

ພິກຂຸ ທ. ! ກໍອະນຸປາທິເສສະນິພພານທາຕ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເປັນພຣະອໍຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ໄດ້ເຮັດກິຈທີ່ຄວນເຮັດສໍາເລັດແລ້ວ ປົງພາຣະລົງໄດ້ແລ້ວ ໄດ້ບັນລຸເຖິງປະໂຍຊນ໌ຂອງຕົນແລ້ວ ມີກິເລສອັນເປັນເຄື່ອງຜູກມັດຕິດຢູ່ກັບພົບດັບສິ້ນໄປຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ. ພິກຂຸ ທ. ! ເວທະນາທັງຫຼາຍທັງປວງຂອງເຂົາ ອັນເຂົາບໍ່ເພີດເພີນແລ້ວ ຈະດັບເຢັນໃນໂລກນີ້ເອງ. ພິກຂຸ ທ. ! ເຊັ່ນນີ້ແລເຮົາເອີ້ນວ່າ ອະນຸປາທິເສສະນິພພານທາຕ. (ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໔໙, ໗໖໔)

(ຄາຖາຜະນວກທ້າຍພຣະສູຕນີ້ມີວ່າ :-)

ນິພພານທາຕ ອັນພຣະຜູ້ມີພຣະພາຄ ຜູ້ມີຈັກຂຸ ຜູ້ອັນຕັນຫາແລະທິຕຖິ ບໍ່ອາໄສແລ້ວ ຜູ້ຄົງທີ່ ໄດ້ປະກາດໄວ້ແລ້ວມີຢູ່ ໒ ຢ່າງເຫຼົ່ານີ້ຄື ນິພພານທາຕຢ່າງໜຶ່ງ (ມີ) ເພາະຄວາມດັບສິ້ນໄປແຫ່ງພະວະເນຕຕິ ເປັນໄປໃນທິຕຖະທັມນີ້ (ອິທະ ທິຕຖະທັມມິກາ) ຍັງມີອຸປາທິເຫຼືອ, ແລະນິພພານທາຕ (ອີກຢ່າງໜຶ່ງ) ບໍ່ມີອຸປາທິເຫຼືອເປັນໄປໃນກາລເບື້ອງໜ້າ (ສັມປະຣາຍິກາ) ເປັນທີ່ດັບແຫ່ງພົບທັງຫຼາຍໂດຍປະການທັງປວງ.

ບຸຄຄົລເຫຼົ່າໃດ ຮູ້ທົ່ວເຖິງແລ້ວ ຊຶ່ງນິພພານທາຕສອງຢ່າງນັ້ນ ອັນເປັນອະສັງຂະຕະບົດ ເປັນຜູ້ມີຈິຕຫຼຸດພົ້ນພິເສດແລ້ວ ເພາະຄວາມດັບສິ້ນໄປ ແຫ່ງພະວະເນຕຕິ; ບຸຄຄົລເຫຼົ່ານັ້ນ ຍິນດີແລ້ວໃນຄວາມໝົດໄປ (ແຫ່ງທຸກຂ໌) ເພາະການເຖິງທັບ ຊຶ່ງທັມອັນເປັນສາຣະ ເປັນຜູ້ຄົງທີ່ ລະແລ້ວຊຶ່ງພົບທັງປວງ, ດັ່ງນີ້.
ເນື້ອຄວາມແມ່ນວ່ານີ້ ເປັນເນື້ອຄວາມ ອັນພຣະຜູ້ມີພຣະພາຄຕຣັດແລ້ວ ຂ້າພະເຈົ້າໄດ້ຟັງມາແລ້ວເຊັ່ນນີ້, ດັ່ງນີ້.

(ຖ້ອຍຄໍາໃນພາກບາລີມີດັ່ງຕໍ່ໄປນີ້ :-)

ດະເວ ອິມາ ຈັກຂຸມະຕາ ປະກາສິຕາ
ນິພພານະດາຕູ ອະນິສສິເຕນະ ຕາທິນາ
ເອກາ ຫິ ທາຕຸ ອິທະ ທິຕຖິທັມມິກາ
ສະອຸປາທິເສສາ ພະວະເນຕຕິສັງຂະຢາ
ອະນຸປາທິເສສາ ປະນະ ສັມປະຣາຢິກາ
ຢັມຫິ ນິຣຸຊຊັນຕິ ພະວານິ ສັບພະໂສ.
ເຢ ເອຕະທັນຍາຢະ ປະທັງ ອະສັງຂະຕັງ
ວິມຸຕຕະຈິຕຕາ ພະວະເນຕຕິສັງຂະຢາ
ເຕ ທັມມະສາຣາທິທະມັກຂະເຢ ຣະຕາ
ປະຫັງສຸ ເຕ ສັບພະພະວານິ ຕາທິໂນຕິ.
ອະຢັມປິ ອັຕໂຖ ວຸຕໂຕ ພະຄະວະຕາ ອິຕິ ເມ ສຸຕັນຕິ.
- ອິຕິວຸ. ຂຸ. ໒໕/໒໕໘-໒໕໙/໒໒໒.

(ນິພພານທາຕທັງສອງຢ່າງນີ້ ເປັນນິພພານທາຕ ສໍາລັບພຣະອໍຣະຫັນຕ໌ ຜູ້ດັບສິ້ນອາສະວະກິເລສແລ້ວ ທັງສອງຊະນິດ ຫາກແຕ່ຜູ້ບັນລຸນິພພານທາຕ ຊະນິສສະອຸປາທິເສສະນັ້ນ ລະບົບແຫ່ງຄວາມຮູ້ສຶກທາງ ອິນຊີຫ້າຄືຕາ ຫູ ດັງ ລີ້ນ ກາຍ ຂອງທ່ານ ຍັງບໍ່ຖືກກໍາຈັດໂດຍສິ້ນເຊີງດ້ວຍອໍານາດນິພພານທາຕນັ້ນ ຄວາມເຄີຍຊິນໃນຄວາມຮູ້ສຶກ ຕໍ່ອາຣົມ ສໍາລັບຈະຮູ້ສຶກເປັນສຸຂ ຫຼືເປັນທຸກຂ໌ຍັງເຫຼືອຢູ່ ຈຶ່ງເອີ້ນວ່າ ສະອຸປາທິເສສະ = ມີອຸປາທິເຫຼືອຢູ່ນັ້ນ ຄືດັ່ງຂໍ້ຄວາມຂໍ້ ກ.; ສ່ວນພຣະອໍຣະຫັນຕ໌ ຈໍາພວກຫຼັງນັ້ນ ຄວາມເຄີຍຊິນໃນຄວາມຮູ້ສຶກ ຕໍ່ອາຣົມຂອງອິນຊີທັງຫ້າ ຖືກນິພພານທາຕຢ່າງທີ່ສອງ ກໍາຈັດແລ້ວສິ້ນເຊີງ ເວທະນາຂອງທ່ານ ຈຶ່ງເຢັນສະນິດ ບໍ່ຮູ້ສຶກເປັນສຸຂ ຫຼືເປັນທຸກຂ໌ ຈຶ່ງເອີ້ນວ່າອະນຸປາທິເສສະ = ບໍ່ມີອຸປາທິເຫຼືອຢູ່ ດັ່ງຂໍ້ຄວາມທີ່ກ່າວແລ້ວໃນຂໍ້ ຂ. ຫາກແມ່ນຕ້ອງທຳລາຍຂັນທ໌ ເຖິງມໍຣະນະພາບໄປກໍບໍ່ ເພາະບາລີ ມີຢູ່ຢ່າງແຈ້ງແຈ່ມວ່າ ເວທະນາເຫຼົ່ານັ້ນດັບເຢັນ (ຄືບໍ່ເປັນສຸຂ ຫຼືເປັນທຸກຂ໌) ໃນອັຕຕະພາບນີ້ ຫຼືໃນໂລກນີ້ເອງ.

ການທີ່ ມີຜູ້ເຂົ້າໃຈໄປວ່າ ນິພພານທາຕຢ່າງທໍາອິດ ເປັນຂອງພຣະອໍຣະຫັນຕ໌ ຜູ້ຍັງມີຊີວິຕຢູ່ ແລະ ນິພພານທາຕຢ່າງຫຼັງ ເປັນຂອງພຣະອໍຣະຫັນຕ໌ ຜູ້ເຖິງແກ່ມໍຣະນະພາບແລ້ວດັ່ງນີ້ນັ້ນ ຄົງຈະເນື່ອງຈາກ ຄວາມເຂົ້າໃຈຜິດຕໍ່ຄໍາບາລີ ສອງຄໍາ ໃນຄາຖາຜະນວກທ້າຍສູຕນັ້ນເອງ ຄືຄໍາວ່າ ສັມປະຣາຢິກາ ຊຶ່ງແປກັນວ່າ ໂລກໜ້າ ຫຼືຕໍ່ຕາຍແລ້ວ ຊຶ່ງທີ່ແທ້ແປວ່າ ໃນເວລາຖັດໆໄປກໍໄດ້, ສ່ວນຄໍາວ່າທິຕຖະທັມມິກາ ມີຄວາມໝາຍວ່າ ທັນທີທັນໃດ ທີ່ເຫຕການນັ້ນໆ ໄດ້ເກີດຂຶ້ນແລ້ວ ບໍ່ຈໍາເປັນຈະຕ້ອງລະບຸວ່າ ໃນຊາດນີ້ພົບນີ້ສະເໝີໄປ.

ຜູ້ຮວບຮວມ ມີຄວາມເຫັນວ່າ ນິພພານທາຕທັງສອງຢ່າງນີ້ ມີສໍາລັບພຣະອໍຣະຫັນຕ໌ ທີ່ຍັງມີຊີວິຕຢູ່ດ້ວຍກັນທັງນັ້ນ ຕ່າງກັນພຽງແຕ່ວ່າ ພວກທໍາອິດນັ້ນ ອິນຊີຍັງຮູ້ສຶກຕໍ່ ສຸຂ ແລະທຸກຂ໌ ແມ່ນຈະບໍ່ມີຄວາມຢຶດຖື ໃນເວທະນານັ້ນ, ສ່ວນພວກຫຼັງນັ້ນ ບໍ່ມີຄວາມຮູ້ສຶກເປັນສຸຂ ຫຼືທຸກຂ໌ ຈຶ່ງກ່າວວ່າ ເວທະນາເປັນຂອງເຢັນ ໃນອັຕຕະພາບນີ້ຫຼືໃນໂລກນີ້. ຂໍ້ນີ້ຈະຢຸຕິເປັນແນວໃດ ຜູ້ສຶກສາ ຈົ່ງພິຈາຣະນາ ເບິ່ງເອງເຖີ້ນ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ