ອິດທິພົນຂອງກາມ
ສັງໂຍດ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຄິດໃນກໍລະນີເຊັ່ນນີ້ ໄດ້ເກີດຂຶ້ນແລ້ວແກ່ຂ້ານ້ອຍ ຜູ້ໄປສູ່ທີ່ຫຼີກງຽບວ່າ ‘ສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ບໍ່ເມົາຢູ່ດ້ວຍ ບໍ່ຫຼົງຢູ່ດ້ວຍ ບໍ່ເຖິງຄວາມຍິນດີ ໃນກາມທັງຫຼາຍດ້ວຍ ແລະບໍ່ປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີໜ້ອຍແທ້ໃນໂລກ. ອັນທີ່ຈິງສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ເມົາຢູ່ດ້ວຍ ຫຼົງຢູ່ດ້ວຍ ເຖິງຄວາມຍິນດີໃນກາມທັງຫຼາຍດ້ວຍ ແລະປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີຢູ່ຫຼາຍໃນໂລກ’ ດັ່ງນີ້.”
ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ, ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ; ມະຫາຣາຊະ ! ຄືຂໍ້ທີ່ສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ບໍ່ເມົາຢູ່ດ້ວຍ ບໍ່ຫຼົງຢູ່ດ້ວຍ ບໍ່ເຖິງຄວາມຍິນດີໃນກາມທັງຫຼາຍດ້ວຍ ແລະບໍ່ປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີໜ້ອຍແທ້ໃນໂລກ. ອັນທີ່ຈິງ ສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ເມົາຢູ່ດ້ວຍ ຫຼົງຢູ່ດ້ວຍ ເຖິງຄວາມຍິນດີໃນກາມທັງຫຼາຍດ້ວຍ ແລະປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີຢູ່ຫຼາຍໃນໂລກ; ຄັນຕຣັດດັ່ງນີ້ແລ້ວ ໄດ້ຕຣັດຕໍ່ໄປ ຊຶ່ງເປັນຂໍ້ຄວາມຮ້ອຍກອງວ່າ :-
“ຜູ້ຍ້ອມຕິດຢູ່ໃນການບໍລິໂພກກາມ ພົວພັນ ໝົກໝຸ້ນຢູ່ໃນກາມທັງຫຼາຍ ຍ່ອມບໍ່ຮູ້ສຶກຄວາມລະຫຼວມໂຕຂອງຕົນ ເໝືອນສັຕ (ປ່າ) ຫຼືນົກ ຕົກເຂົ້າສູ່ເຄື່ອງດັກ ສະນັ້ນ. ຄວາມເດືອດຮ້ອນ ຍ່ອມມີແກ່ເຂົາໃນກາລພາຍຫຼັງ ເພາະວ່າ ຜົລ ທີ່ເຂົາສ້າງໄວ້ເປັນຂອງຊົ່ວ” ດັ່ງນີ້ ແລ.
- ສະຄາ. ສັງ. ໑໕/໑໐໖/໓໔໐-໓໔໒.