ຜູ້ລວມຢູ່ໃນກຸ່ມໂສດາບັນ 3 ຈຳພວກ
ໂສດາບັນ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໗໐, ໖໗໑; ໃນປະຕິຈຈ.ໂອ. ໜ້າ ໕໓໘ ໃນອຣິຍ. ໂອ. ປາຍໜ້າ ໑໐໗໘, ໑໐໘໖)
ກ. ສັດທານຸສາຣີ
ພິກຂຸ ທ. ! ຈັກຂຸ....ໂສຕະ....ຄານະ....ຊິວຫາ....ກາຢະ....ມະນະ ເປັນສິ່ງບໍ່ທ່ຽງ ມີຄວາມແປປ່ຽນເປັນປົກກະຕິ ມີຄວາມປ່ຽນເປັນຢ່າງອື່ນເປັນປົກກະຕິ. ພິກຂຸ ທ. ! ບຸຄຄົລໃດ ມີຄວາມເຊື່ອ ນ້ອມຈິຕໄປໃນທັມ ໖ ຢ່າງນີ້ດ້ວຍອາການດັ່ງນີ້; ບຸຄຄົລນີ້ ເຮົາເອີ້ນວ່າ ເປັນສັດທານຸສາຣີ ຢັ່ງລົງສູ່ສັມມັຕຕະນິຍາມ (ລະບົບແຫ່ງຄວາມຖືກຕ້ອງ) ຢັ່ງລົງສູ່ສັບປຸຣິສະພູມ (ພູມແຫ່ງສັຕບຸຣຸສ) ຂ້າມພົ້ນປຸຖຸຊົນພູມ ບໍ່ອາດທີ່ຈະເຮັດກັມ ອັນເຮັດແລ້ວ ຈະເຂົ້າເຖິງນະຣົກ ກໍາເນີດເດຣັດສານ ຫຼືເປຕະວິໄສ ແລະບໍ່ຍ່ອມທີ່ຈະທໍາກາລະ ກ່ອນແຕ່ທີ່ຈະເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
ຂ. ທັມມານຸສາຣີ
ພິກຂຸ ທ. ! ທັມ ໖ ຢ່າງເຫຼົ່ານີ້ ທົນຕໍ່ການເພັ່ງ ໂດຍປະມານອັນຍິ່ງ ແຫ່ງປັນຍາຂອງບຸຄຄົລໃດ ດ້ວຍອາການດັ່ງນີ້; ບຸຄຄົລນີ້ເຮົາເອີ້ນວ່າ ທັມມານຸສາຣີ ຢັ່ງລົງສູ່ສັມມັຕຕະນິຍາມ ຢັ່ງລົງສູ່ສັປປຸຣິສະພູມ ຂ້າມພົ້ນປຸຖຸຊົນພູມ ບໍ່ອາດທີ່ຈະເຮັດກັມ ອັນເຮັດແລ້ວຈະເຂົ້າເຖິງນະຣົກ ກໍາເນີດເດຣັດສານ ຫຼືເປຕະວິໄສ ແລະບໍ່ຍ່ອມທີ່ຈະທໍາກາລະ ກ່ອນແຕ່ທີ່ຈະເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
ຄ. ໂສຕາປັນນະ
ພິກຂຸ ທ. ! ບຸຄຄົລໃດ ຍ່ອມຮູ້ ຍ່ອມເຫັນ ໃນຊຶ່ງທັມ ໖ ຢ່າງເຫຼົ່ານີ້ ດ້ວຍອາການດັ່ງນີ້ (ຕາມທີ່ກ່າວແລ້ວໃນຂໍ້ເທິງ ມີຄວາມເຫັນຄວາມບໍ່ທ່ຽງເປັນຕົ້ນ); ບຸຄຄົລນີ້ເຮົາເອີ້ນວ່າ ໂສດາບັນ (ຜູ້ເຖິງແລ້ວຊຶ່ງກະແສ) ຜູ້ມີອັນບໍ່ຕົກຕໍ່າ ເປັນທັມມະດາ (ອະວິນິປາຕະທັມມະ) ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ (ນິຢະຕະ) ມີສັມໂພທິເປັນເບື້ອງໜ້າ (ສັມໂພທິປະຣາຢະນະ).
- ຂັນທະ. ສັງ. ໑໗/໒໗໘/໔໖໙.
ສາຣີບຸຕ ! ອະຣິຍະອັຕຖັງຄິກະມັຄຄະນີ້ ນັ້ນແຫຼະ ຊື່ວ່າ ກະແສ (ໂສຕະ) ໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
- ມຫາວາຣ. ສັງ. ໑໙/໔໓໕/໑໔໓໑.
(ສູຕເບື້ອງເທິງນີ້ (: ໑໗/໒໗໘/໔໖໙) ຊົງສະແດງອາຣົມແຫ່ງອະນິຈຈັງເປັນຕົ້ນ ດ້ວຍທັມ ໖ ຢ່າງຄື ອາຍະຕະນະພາຍໃນຫົກ; ໃນສູຕຖັດໄປ ຊົງສະແດງອາຣົມນັ້ນ ດ້ວຍອາຍະຕະນະພາຍນອກຫົກຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະ ທັມມາຣົມກໍມີ, ສະແດງດ້ວຍວິນຍານຫົກກໍມີ, ດ້ວຍສັມຜັສຫົກກໍມີ, ດ້ວຍເວທະນາຫົກກໍມີ, ດ້ວຍສັນຍາຫົກກໍມີ, ດ້ວຍສັນເຈຕະນາຫົກກໍມີ, ດ້ວຍຕັນຫາຫົກກໍມີ, ດ້ວຍທາຕຫົກກໍມີ ແລະດ້ວຍຂັນທ໌ຫ້າກໍມີ; ຊົງສະແດງໄວ້ດ້ວຍຫຼັກການປະຕິບັຕແນວດຽວກັນ).