ການດັບສິ້ນອາສະວະມີໄດ້ເພາະການຮູ້ອະຣິຍະສັດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ວ່າມີໄດ້ສໍາລັບຜູ້ຮູ້ຢູ່ ຜູ້ເຫັນຢູ່ເທົ່ານັ້ນ, ຫາກໄດ້ກ່າວວ່າ ມີໄດ້ສໍາລັບ ຜູ້ບໍ່ຮູ້ຢູ່ ຜູ້ບໍ່ເຫັນຢູ່ບໍ່.

ພິກຂຸ ທ. ! ໃນກໍລະນີນີ້ ສໍາລັບຜູ້ຮູ້ຢູ່ ຜູ້ເຫັນຢູ່ຊຶ່ງອັນໃດໜໍ ? ຜູ້ຮູ້ຢູ່ ຜູ້ເຫັນຢູ່ຊຶ່ງສັຈຈະວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນ ເຊັ່ນນີ້”, ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້”, ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໔໔/໑໗໐໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ