ການຄ້າຂາຍ 5 ປະການ ອຸປາສົກບໍ່ຄວນກະທໍາ

ຄາຣະວາດຊັ້ນເລີດ

0:00/0:00
ພິກຂຸທັງຫລາຍ! ການຄ້າຂາຍ 5 ປະການນີ້ ອຸປາສົກບໍ່ຄວນກະທຳ, 5 ປະການເປັນຢ່າງໃດ? ຄື:

1.ການຄ້າຂາຍອາວຸດ (ສັຕຖະວະນິຊຊາ),
2.ການຄ້າຂາຍສັດຕະ (ສັຕຕະວະນິຊຊາ),
3.ການຄ້າຂາຍຊີ້ນສັດຕະ (ມັງສະວະນິຊຊາ),
4.ການຄ້າຂາຍສິ່ງມຶນເມົາ (ມັຊຊະວະນິຊຊາ),
5.ການຄ້າຂາຍຢາພິດ (ວິສະວະນິຊຊາ),

ພິກຂຸທັງຫລາຍ! ກາຣຄ້າຂາຍ 5 ປະການນີ້ແລ ອຸປາສົກບໍ່ຄວນກະທຳ.


ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໖/໑໗໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ