ການຮູ້ອະຣິຍະສັດຄວນແລກປ່ຽນເອົາ ເຖິງແມ່ນດ້ວຍການຖືກແທງດ້ວຍຫອກວັນລະ 300 ຄັ້ງ 100 ປີ
ອະຣິຍະສັດ 4
ພິກຂຸ ທ. ! ປຽບເໝືອນບຸຣຸສ ຜູ້ມີອາຍຸຮ້ອຍປີ ຍ່ອມກ່າວກັບບຸຣຸສ ຜູ້ມີຊີວິຕຮ້ອຍປີ ດັ່ງນີ້ວ່າ “ເອົາບໍລະທ່ານບຸຣຸສຜູ້ຈະເຣີນ ! ເຂົາຈະແທງທ່ານ ດ້ວຍຫອກຮ້ອຍເຫຼັ້ມ ຕະຫຼອດເວລາເຊົ້າ ຮ້ອຍເຫຼັ້ມຕະຫຼອດເວລາທ່ຽງ ຮ້ອຍເຫຼັ້ມຕະຫຼອດເວລາແລງ. ທ່ານບຸຣຸສຜູ້ຈະເຣີນ ! ເມື່ອເຂົາແທງທ່ານຢູ່ດ້ວຍຫອກສາມຮ້ອຍເຫຼັ້ມ ທຸກວັນໆ ຈົນມີອາຍຸຮ້ອຍປີ ມີຊີວິຕຢູ່ຮ້ອຍປີ ; ໂດຍຜ່ານໄປແຫ່ງຮ້ອຍປີ ແລ້ວທ່ານຈະຮູ້ສະເພາະ ຊຶ່ງອະຣິຍະສັຈຈ໌ທັງສີ່ ທີ່ທ່ານຍັງບໍ່ຮູ້ສະເພາະແລ້ວ” ດັ່ງນີ້.
ພິກຂຸ ທ. ! ກຸລະບຸຕຜູ້ຮູ້ຊຶ່ງປະໂຍຊນ໌ ຄວນຈະຕົກລົງ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະເຫຕວ່າສັງສາຣະວັຕນີ້ ມີເບື້ອງຕົ້ນແລະທີ່ສຸດ ອັນບຸຄຄົລໄປຕາມຢູ່ ຮູ້ບໍ່ໄດ້ແລ້ວ ດັ່ງນັ້ນ ເບື້ອງຕົ້ນແລະທີ່ສຸດ ແຫ່ງການປະຫານ ດ້ວຍຫອກ ດ້ວຍດາບ ດ້ວຍຫຼາວ ດ້ວຍຂວານກໍຈະບໍ່ປາກົດ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເປັນເຊັ່ນນັ້ນ : ເຮົາກ່າວການຮູ້ສະເພາະ ຊຶ່ງອະຣິຍະສັຈຈ໌ທັງສີ່ ວ່າເປັນໄປດ້ວຍທຸກຂ໌ ກັບດ້ວຍໂທມະນັດສະ ກໍຫາກບໍ່ແມ່ນ ; ແຕ່ ເຮົາກ່າວການຮູ້ສະເພາະ ຊຶ່ງອະຣິຍະສັຈຈ໌ທັງສີ່ ວ່າເປັນໄປດ້ວຍສຸຂ ກັບດ້ວຍໂສມະນັດສະຢ່າງດຽວ. ອະຣິຍະສັຈຈ໌ສີ່ແນວໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໕໑/໑໗໑໘.