ເມື່ອຈະເຮັດ, ເມື່ອເຮັດຢູ່, ເມື່ອເຮັດແລ້ວ
ກຳ
ຣາຫຸລ ! ເຈົ້າຢາກຈະເຮັດກັມໃດດ້ວຍກາຍ ຈົ່ງພິຈາຣະ ນາກັມນັ້ນເສຍກ່ອນວ່າ “ກາຢະກັມທີ່ຢາກຈະເຮັດນີ້ ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບຽດບຽນຜູ້ອື່ນດ້ວຍ ບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ’’ ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ, ເຈົ້າບໍ່ຄວນເຮັດກາຢະກັມຊະນິດນັ້ນໂດຍແທ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາຢາກຈະເຮັດນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນດ້ວຍ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍດ້ວຍເປັນກາຢະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້,
ຣາຫຸລ ! ເຈົ້າຄວນເຮັດກາຢະກັມຊະນິດນັ້ນ.
ເມື່ອເຮັດຢູ່
ຣາຫຸລ ! ເມື່ອເຈົ້າເຮັດກັມໃດດ້ວຍກາຍຢູ່ ຈົ່ງພິຈາຣະນາກັມນັ້ນວ່າ “ກາຢະກັມທີ່ກໍາລັງເຮັດຢູ່ນີ້ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບຽດບຽນຜູ້ອື່ນດ້ວຍ ບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ” ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ, ເຈົ້າ ຈົ່ງຢຸດເຊົາກາຢະກັມຊະນິດນັ້ນເສຍ.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາກໍາລັງເຮັດຢູ່ນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນດ້ວຍ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້,
ຣາຫຸລ !
ເຈົ້າຈົ່ງເລັ່ງເຮັດກາຢະກັມຊະນິດນັ້ນ.
ເມື່ອເຮັດແລ້ວ
ຣາຫຸລ ! ເມື່ອເຮັດກັມໃດດ້ວຍກາຍແລ້ວ ຈົ່ງພິຈາຣະນາກັມນັ້ນວ່າ “ກາຢະກັມທີ່ເຮົາເຮັດແລ້ວນີ້ ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບຽດບຽນຜູ້ອື່ນດ້ວຍ ບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ” ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ,ເຈົ້າຈົ່ງສະແດງ ຈົ່ງເປີດເຜີຍ ຈົ່ງເຮັດໃຫ້ເປັນຂອງຫງາຍ ຊຶ່ງກາຢະກັມນັ້ນ ໃນພຣະສາສດາ ຫຼືໃນເພື່ອນພຣົມມະຈາຣີ ຜູ້ເປັນວິນຍູຊົນທັງຫຼາຍ, ຄັນສະແດງ ຄັນເປີດເຜີຍ ຄັນເຮັດໃຫ້ເປັັນຂອງຫງາຍແລ້ວ ຈົ່ງເຖິງຊຶ່ງຄວາມລະວັງສັງລວມຕໍ່ໄປ.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາເຮັດແລ້ວນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນດ້ວຍ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້,
ຣາຫຸລ ! ເຈົ້າຈົ່ງຢູ່ດ້ວຍປີຕິແລະປາໂມດ ຕາມສຶກສາໃນກຸສົລທັມທັງຫຼາຍຢູ່ ທັງກາງເວັນແລະກາງຄືນເຖີ້ນ.
(ໃນສ່ວນຂອງວະຈີກັມແລະມະໂນກັມ ກໍຊົງຕຣັດໃນຮູບແບບດຽວກັນ).
ມ. ມ. ໑໓/໑໒໖/໑໒໙.