ເບັນຈະຂັນບໍ່ທ່ຽງ
ຂັນ 5
ພິກຂຸ ທ. ! ຮູບ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ເວທະນາ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ສັນຍາ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ວິນຍານ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ແລ.
- ຂັນທະ. ສັງ. ໑໗/໒໘໑/໔໗໘.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ສະມຸທະຢະທັມ ສະມຸທະຢະທັມ’ (ມີຄວາມກໍ່ຂຶ້ນ ເປັນທັມມະດາ) ດັ່ງນີ້, ກໍສະມຸທະຢະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນສະມຸທະຢະທັມ, ເວທະນາ ເປັນສະມຸທະຢະທັມ, ສັນຍາ ເປັນສະມຸທະຢະທັມ, ສັງຂາຣທັງຫຼາຍ ເປັນສະມຸທະຢະທັມ, ແລະວິນຍານ ເປັນສະມຸທະຢະທັມ ແລ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ວະຢະທັມ ວະຢະທັມ’ (ມີຄວາມເສື່ອມເປັນທັມມະດາ)’ ດັ່ງນີ້, ກໍວະຢະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນວະຢະທັມ, ເວທະນາ ເປັນວະຢະທັມ, ສັນຍາ ເປັນວະຢະທັມ, ສັງຂາຣທັງຫຼາຍ ເປັນວະຢະທັມ, ແລະວິນຍານ ເປັນວະຢະທັມ ແລ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ 'ນິໂຣທະທັມ, ນິໂຣທະທັມ’ (ມີຄວາມດັບເປັນທັມມະດາ)’ ດັ່ງນີ້, ກໍນິໂຣທະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນນິໂຣທະທັມ, ເວທະນາ ເປັນນິໂຣທະທັມ, ສັນຍາ ເປັນນິໂຣທະທັມ, ສັງຂາຣທັງຫຼາຍ ເປັນນິໂຣທະທັມ, ແລະວິນຍານ ເປັນນິໂຣທະທັມ ແລ.
- ຂັນທະ. ສັງ. ໑໗/໒໔໑-໒/໓໘໗,໓໘໖,໓໘໘.
ພິກຂຸ ທ. ! ຮູບ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້ ;
ພິກຂຸ ທ. ! ເວທະນາ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້;
ພິກຂຸ ທ. ! ສັນຍາ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;
ພິກຂຸ ທ. ! ສັງຂາຣທັງຫຼາຍ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍ ປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;
ພິກຂຸ ທ. ! ວິນຍານ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້ ແລ.
- ຂັນທະ. ສັງ. ໑໗/໒໘/໔໒.