ຖານທີ່ເກີດແຫ່ງຕັນຫາ (ສີ່ຢ່າງ) 4 ຢ່າງ

ສັງໂຍດ

0:00/0:00
ພິກຂຸ ທ. ! ການເກີດຂຶ້ນແຫ່ງຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸໃນອາຣົມນ໌ໃດໆ ກໍຕາມ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະຈີວະຣະເປັນເຫຕ ແດ່;

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະອາຫາຣ
ບິນທະບາຕເປັນເຫຕ ແດ່;

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະເສນາສະນະເປັນເຫຕ ແດ່;

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະຄວາມໄດ້ເປັນ ຫຼື ບໍ່ໄດ້ເປັນຢ່າງນັ້ນຢ່າງນີ້ ເປັນເຫຕ ແດ່.

ພິກຂຸ ທ. ! ເຫຼົ່ານີ້ແລ ຄືການເກີດຂຶ້ນແຫ່ງຕັນຫາ ເມື່ອຈະເກີດຍ່ອມເກີດຂຶ້ນແກ່ພິກຂຸ ໃນອາຣົມໃດໆ ກໍຕາມ ມີສີ່ຢ່າງ ແລ.

- ຈຕຸກກ. ອັງ. ໒໑/໑໒/໙; ຈຕຸກກ. ອັງ. ໒໑/໓໓໕/໒໕໗.

ທີ່ຕັ້ງອາໄສເກີດແຫ່ງຕັນຫາ

ພິກຂຸ ທ. ! ຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດໃນບ່ອນໃດໜໍ ? ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ທີ່ໃດໜໍ ?

ພິກຂຸ ທ. ! ສິ່ງໃດມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນ.

ພິກຂຸ ທ. ! ກໍສິ່ງໃດໜໍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ ?

ພິກຂຸ ທ. ! ຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ລີ້ນ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ;

ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຮູບ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສຽງ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ກິ່ນ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຣົສ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ໂຜຕຖັພພະ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ທັມມາຣົມ ທັງຫຼາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ວິນຍານທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ວິນຍານທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ສັມຜັສທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ສັມຜັສທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ເວທະນາເກີດແຕ່ສັມຜັສທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະເວທະນາເກີດແຕ່ສັມຜັສທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມໝາຍຮູ້ໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະຄວາມໝາຍຮູ້ໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມຄິດນຶກໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະຄວາມຄິດນຶກໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຕັນຫາໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນ ໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ຕັນຫາໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມນຶກຕຶກໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນໂຜດຖັບພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ຄວາມນຶກຕຶກໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມຕຶກຕອງໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນໂຜດຖັບພະ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ຄວາມຕຶກຕອງໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ. ດັ່ງນີ້ແລ.

- ມຫາ. ທີ. ໑໐/໓໔໓/໒໙໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ