ທົງກັ້ນຈິດຈາກກາມະຄຸນໃນອາດີດ ກ່ອນຕຣັດສະຮູ້
ພຸດທະປະຫວັດ
ພິກຂຸ ທ.! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ມີຄວາມຮູ້ສຶກເກີດຂຶ້ນວ່າ ກາມະຄຸນຫ້າທີ່ເປັນອະດີຕ ທີ່ເຮົາເຄີຍສຳຜັສມາແລ້ວແຕ່ກ່ອນ ໄດ້ດັບໄປແລ້ວເພາະຄວາມແປປ່ຽນກໍຈິງ ແຕ່ສ່ວນຫຼາຍຈິຕຂອງເຮົາເມື່ອຈະແລ່ນ ກໍ່ແລ່ນໄປສູ່ກາມະຄຸນເປັນອະດີຕນັ້ນ, ໜ້ອຍແທ້ທີ່ຈະແລ່ນໄປສູ່ກາມະຄຸນໃນປັດຈຸບັນຫຼືອະນາຄົດ ດັ່ງນີ້.
ພິກຂຸ ທ.! ຄວາມຕົກລົງໃຈ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຄວາມບໍ່ປະມາດແລະສະຕິ ເປັນສິ່ງຊຶ່ງເຮົາຜູ້ຫວັງປະໂຍຊນ໌ແກ່ຕົນເອງ ຕ້ອງເຮັດໃຫ້ເປັນເຄື່ອງປ້ອງກັນຈິດ ໃນເພາະກາມະຄຸນຫ້າອັນເປັນອະດີ ທີ່ເຮົາເຄີຍສຳຜັດມາແລະດັບໄປແລ້ວ ເພາະຄວາມແປປ່ຽນນັ້ນ.