ພຣະໂສດາບັນເປັນໃຜກັນ (ແທ້) ?
ໂສດາບັນ
(ເລື່ອງຄວນເບິ່ງປະກອບໃນຂຸມ.ໂອ. ໜ້າ ໔໑໕)
ສາຣີບຸຕ ! ທີ່ມັກກ່າວກັນວ່າ ໂສດາບັນ - ໂສດາບັນ ດັ່ງນີ້ ເປັນແນວໃດ
ໜໍ ສາຣີບຸຕ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທ່ານຜູ້ໃດ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄຄະມີອົງຄ໌ແປດນີ້ຢູ່ ຜູ້ເຊັ່ນນັ້ນແລ ຂ້ານ້ອຍເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີຊື່ເຊັ່ນນີ້ໆ ມີໂຄຕເຊັ່ນນີ້ໆ ຂ້ານ້ອຍ !”
ສາຣີບຸຕ ! ຖືກແລ້ວ ຖືກແລ້ວ ຜູ້ທີ່ປະກອບພ້ອມແລ້ວດ້ວຍອະຣິຍະມັຄຄະມີອົງຄ໌ແປດນີ້ຢູ່ ເຖິງເຮົາເອງກໍເອີ້ນຜູ້ເຊັ່ນນັ້ນວ່າ ເປັນ ພຣະໂສດາບັນ ຜູ້ມີຊື່ເຊັ່ນນີ້ໆ ມີໂຄຕເຊັ່ນນີ້ໆ.
- ມຫາວາຣ. ສັງ. ໑໙/໔໓໕/໑໔໓໒-໑໔໓໓.
(ອີກນັຍຢະໜຶ່ງ)
ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ໃນທັມວິນັຍນີ້ ເປັນຜູ້ເຖິງພ້ອມແລ້ວດ້ວຍທັມ ໔ ປະການນີ້ເອງ ຈຶ່ງເປັນ ພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ. ທັມ ໔ ປະການນັ້ນ ເປັນແນວໃດ ? ສີ່ປະການນັ້ນຄື :-
(໑) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍ ຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ ວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຂໍ້ປະຕິບັຕໃຫ້ເຖິງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນຄວນຝຶກຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສສ໌ທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນຈໍາແນກທັມ ສັ່ງສອນສັຕ ດັ່ງນີ້.
(໒) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍ ຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະທັມ ວ່າ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າຕຣັດໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາ ແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດ ກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ, ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.
(໓) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຊື່ຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸຄຄົລເຫຼົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງໂຕໄດ້ແປດບຸຣຸສ. ນັ້ນແຫຼະ ຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານໍາມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.
(໔) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ; ເປັນສີລ ທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ຕັນຫາແລະທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ ດັ່ງນີ້.
ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ຜູ້ປະກອບພ້ອມແລ້ວ ດ້ວຍທັມ ໔ ປະການນີ້ແລ ຊື່ວ່າເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ.
ເມື່ອພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດພຣະພຸດທະວະຈະນະດັ່ງນີ້ແລ້ວ ໄດ້ຕຣັດເປັນຄໍາຮ້ອຍກອງສືບຕໍ່ໄປວ່າ :-
ທ່ານຜູ້ໃດແລ ມີສັດທາ ມີສີລ ມີຄວາມເຫຼື້ອມໃສ ທັງມີການໄດ້ເຫັນທັມດ້ວຍ, ທ່ານຜູ້ນັ້ນແຫຼະເວີ້ຍ ທີ່ຈະເປັນຜູ້ໄດ້ຮັບຄວາມສຸຂ ອັນຢັ່ງລົງສູ່ພຣົມມະຈັນຣຍ໌ ໃນກາລະອັນຄວນ ແລ !
- ມຫາວາຣ. ສັງ. ໑໙/໔໒໙-໔໓໐/໑໔໑໔-໑໔໑໕.
(ອີກນັຍຢະໜຶ່ງ)
ຢ່າຢ້ານເລີຍ ມະຫານາມ ! ຢ່າຢ້ານເລີຍ ມະຫານາມ ! ຄວາມຕາຍຂອງເຈົ້າ ຈະບໍ່ຕໍ່າຊາມ ກາລະກິຣິຍາຂອງເຈົ້າ ຈະບໍ່ຕໍ່າຊາມ. ມະຫານາມ ! ອະຣິຍະສາວົກ ຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນ ນິພພານ ເນີ້ງໄປສູ່ນິພພານ ອຽງໄປທາງນິພພານໂດຍແທ້. ທັມສີ່ປະການແນວໃດໜໍ ? ທັມສີ່ປະການຄື :-
ມະຫານາມ ! ອະຣິຍະສາວົກ ໃນກໍລະນີນີ້ (໑) ເປັນຜູ້ ປະກອບພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະພຸທທະເຈົ້າ ວ່າ “ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຂໍ້ປະຕິບັຕໃຫ້ເຖິງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນຄວນຝຶກຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສສ໌ທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈໍາແນກທັມສັ່ງສອນສັຕ” ດັ່ງນີ້.
(໒) ເປັນຜູ້ ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າ ຕຣັດໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕ ຍ່ອມເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ” ດັ່ງນີ້.
(໓) ເປັນຜູ້ ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນ ພຣະສົງຄ໌ ວ່າ “ສົງຄ໌ ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຊື່ຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸຄຄົລເຫຼົ່ານີ້ ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງໂຕໄດ້ແປດບຸຣຸສ ນັ້ນແຫຼະສົງຄ໌ສາວົກ ຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົານໍາມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນເຮັດອັນຊະລີ ເປັນສົງຄ໌ ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ” ດັ່ງນີ້.
(໔) ເປັນຜູ້ ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ : ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ (ຄໍ້າ) ເປັນສີລ ທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ຕັນຫາແລະທິຕຖິບໍ່ລູບຄໍາ ແລະເປັນສີລ ທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.
ມະຫານາມ ! ປຽບເໝືອນຕົ້ນໄມ້ ນ້ອມໄປໃນທິດປາຈີນ ເນີ້ງໄປສູ່ທິສປາຈີນ ອຽງໄປທາງທິສປາຈີນ. ຕົ້ນໄມ້ນັ້ນ ເມື່ອເຂົາຕັດທີ່ເຫງົ້າແລ້ວ ມັນຈະລົ້ມໄປທາງໃດ ? “ມັນຈະລົ້ມໄປທາງທິດ ທີ່ມັນນ້ອມໄປ ເນີ້ງໄປ ອຽງໄປ ຂ້ານ້ອຍ !” ມະຫານາມ ! ເຊັ່ນໃດກໍເຊັ່ນນັ້ນ : ອະຣິຍະສາວົກ ປະກອບແລ້ວດ້ວຍທັມສີ່ປະການເຫຼົ່ານີ້ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິພພານ ເນີ້ງໄປສູ່ນິພພານ ອຽງໄປທາງນິພພານ ໂດຍແທ້ແລ.
- ມຫາວາຣ. ສັງ. ໑໙/໔໖໕-໔໖໖/໑໕໑໑-໑໕໑໒.
(ອີກນັຍຢະໜຶ່ງ)
ພິກຂຸ ທ. ! ສິກຂາບົດຮ້ອຍຫ້າສິບສິກຂາບົດນີ້ ຍ່ອມມາສູ່ອຸດເທສະ (ການຍົກຂຶ້ນສະແດງ ໃນທ່າມກາງສົງຄ໌) ທຸກເຄິ່ງແຫ່ງເດືອນຕາມລໍາດັບ ອັນກຸລະບຸຕຜູ້ປາຖນາປະໂຍຊນ໌ ພາກັນສຶກສາຢູ່ ໃນສິກຂາບົດເຫຼົ່ານັ້ນ. ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ. ສິກຂາສາມຢ່າງນັ້ນ ເປັນແນວໃດໜໍ ? ຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ. ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງແຫ່ງສິກຂາບົດທັງປວງນັ້ນ.
ພິກຂຸ ທ. ! ພິກຂຸ ໃນກໍລະນີນີ້ ເປັນຜູ້ເຮັດໃຫ້ບໍຣິບູນໃນສີລ ຝຶກພໍປະມານໃນສະມາທິ ຝຶກພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸ ໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນ ສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນຮອບແຫ່ງສັນໂຍຊນ໌ສາມ ເປັນໂສດາບັນ ເປັນຜູ້ມີອັນບໍ່ຕົກຕໍ່າ ເປັນທັມມະດາ ເປັນຜູ້ທ່ຽງຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
- ຕິກ. ອັງ. ໒໐/໒໙໗/໕໒໖.
(ເບິ່ງລາຍລະອຽດ ກ່ຽວກັບເລື່ອງພຣະໂສດາບັນ ໄດ້ອີກທີ່ຫົວຂໍ້ວ່າ “ປຽບທຽບພຣະເສຂະ - ອະເສຂະ” ໜ້າ ໕໖໐ ແຫ່ງໜັງສືເຫຼັ້ມນີ້).