ວິພາກແຫ່ງເບັນຈະຂັນ (ມີ 5 ວິພາກ)

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເບັນຈະຂັນທ໌ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີຕກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ຮູບຂັນທ໌.

ພິກຂຸ ທ. ! ເວທະນາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີຕກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ເວທະນາຂັນທ໌.

ພິກຂຸ ທ. ! ສັນຍາຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼື ປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ສັນຍາຂັນທ໌.

ພິກຂຸ ທ. ! ສັງຂາຣທັງຫຼາຍຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ສັງຂາຣະຂັນທ໌.

ພິກຂຸ ທ. ! ວິນຍານຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ວິນຍານຂັນທ໌.

ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເບັນຈະຂັນທ໌.

- ຂັນທະ. ສັງ. ໑໗/໕໙/໙໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ