ຄຸນສົມບັດພຣະໂສດາບັນ (ນັຍທີ 2)

ໂສດາບັນ

0:00/0:00
ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ທັມ ໔ ປະການນັ້ນ ເປັນແນວໃດໜໍ ?
໔ ປະການ ຄື : - ອະຣິຍະສາວົກໃນທັມວິນັຍນີ້

(໑) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ
(໒) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມ
(໓) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌
(໔) ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ມີຈາຄະອັນປ່ອຍແລ້ວ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ຄວນແກ່ການຂໍ ຍິນດີໃນການຈຳແນກທານ ຢູ່ຄອງເຮືອນ.

ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການເຫຼົ່ານີ້ ແລຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.

- ບາລີ ມຫາວາຣ. ສັງ. ໑໙/໔໔໐/໑໔໕໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ