ວິພາກແຫ່ງເວທະນາຂັນ

ຂັນ 5

0:00/0:00
ເວທະນາຫົກ

ພິກຂຸ ທ. ! ເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາຫົກເຫຼົ່ານີ້ ຄືເວທະນາອັນເກີດແຕ່ສັມຜັສທາງຕາ, ເວທະນາອັນເກີດແຕ່ສັມຜັສທາງຫູ, ເວທະນາອັນເກີດແຕ່ສັມຜັສທາງດັງ, ເວທະນາອັນເກີດແຕ່ສັມຜັສທາງລີ້ນ, ເວທະນາອັນເກີດແຕ່ສັມຜັສທາງກາຍ, ແລະເວທະນາອັນເກີດແຕ່ສັມຜັສທາງໃຈ. ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາ.
- ຂັນທະ. ສັງ. ໑໗/໗໓/໑໑໔.

ຄວາມໝາຍຂອງຄໍາວ່າ “ເວທະນາ”

ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ເວທະນາ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາ ທີ່ຮູ້ສຶກ (ຕໍ່ຜົລອັນເກີດຈາກຜັສສະ) ໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກເອີ້ນວ່າ ເວທະນາ. ສິ່ງນັ້ນຍ່ອມຮູ້ສຶກໄດ້ຊຶ່ງອັນໃດ ? ສິ່ງນັ້ນຍ່ອມຮູ້ສຶກໄດ້ ຊຶ່ງຄວາມຮູ້ສຶກອັນເປັນສຸຂແດ່, ຍ່ອມຮູ້ສຶກໄດ້ຊຶ່ງຄວາມຮູ້ສຶກອັນເປັນທຸກຂ໌ແດ່, ແລະຍ່ອມຮູ້ສຶກໄດ້ ຊຶ່ງຄວາມຮູ້ສຶກອັນບໍ່ທຸກຂ໌ບໍ່ສຸຂແດ່ (ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາທີ່ຮູ້ສຶກ (ຕໍ່ຜົລອັນເກີດຈາກຜັສສະ) ໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ເວທະນາ.
- ຂັນທະ. ສັງ. ໑໗/໑໐໕/໑໕໙.

ອຸປະມາແຫ່ງເວທະນາ

ພິກຂຸ ທ. ! ເມື່ອຝົນເມັດຫຍາບ ຕົກໃນສາຣະທະສະໄໝ (ທ້າຍລະດູຝົນ), ຕ່ອມນໍ້າຍ່ອມເກີດຂຶ້ນ ແລະແຕກກະຈາຍຢູ່ເທິງໜ້ານໍ້າ. ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນຕ່ອມນໍ້ານັ້ນ ກໍເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອບຸຣຸສນັ້ນເຫັນຢູ່ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ຕ່ອມນໍ້ານັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນຕ່ອມນໍ້ານັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;

ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນຄື ເວທະນາຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ພິກຂຸ ຮູ້ສຶກໃນເວທະນານັ້ນ ຍ່ອມເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນຮູ້ສຶກຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ເວທະນານັ້ນຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນ ເວທະນານັ້ນ ຈະຍ່ອມມີໄດ້ແນວໃດ.

- ຂັນທະ. ສັງ. ໑໗/໑໗໑/໒໔໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ