ຜູ້ຮູ້ຄວາມລັບຂອງປິຢະຮູບ-ສາຕະຮູບ
ອະຣິຍະສັດ 4
ພິກຂຸ ທ. ! ກໍສະມະນະຫຼືພຣາມ ເຫຼົ່າໃດເຫຼົ່າໜຶ່ງ ບັນດາມີໃນຄັ້ງ ອະດີຕຕະ ກາລດົນນານມາ ໄດ້ເຫັນອາຣົມອັນເປັນທີ່ຮັກ ທີ່ຊື່ນໃຈໃນໂລກ ໂດຍຄວາມເປັນຂອງ ບໍ່ທ່ຽງ ເປັນທຸກຂ໌ ເປັນສະພາບບໍ່ແມ່ນຕົວຕົນ, ເຫັນໂດຍຄວາມເປັນຂອງສຽບແທງ ເປັນພັຍໜ້າຢ້ານ ແລ້ວ ; ສະມະນະຫຼືພຣາມເຫຼົ່ານັ້ນ ກໍລະຕັນຫາໄດ້ແລ້ວ.
ພິກຂຸ ທ. ! ກໍສະມະນະຫຼືພຣາມ ເຫຼົ່າໃດເຫຼົ່າໜຶ່ງ ບັນດາທີ່ຈະມີໃນ ອະນາຄົຕ ຫາກໄດ້ເຫັນອາຣົມ ອັນເປັນທີ່ຮັກ ທີ່ຊື່ນໃຈໃນໂລກ ໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນສະພາບບໍ່ແມ່ນຕົວຕົນ, ເຫັນໂດຍຄວາມເປັນຂອງສຽບແທງ ເປັນພັຍໜ້າຢ້ານແລ້ວ ; ສະມະນະຫຼືພຣາມເຫຼົ່ານັ້ນ ກໍຈະລະຕັນຫາໄດ້.
ພິກຂຸ ທ. ! ເຖິງແມ່ນ ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ບັນດາທີ່ມີໃນ ປັຈຈຸບັນນີ້ ເຫັນຢູ່ຊຶ່ງອາຣົມອັນເປັນທີ່ຮັກ ທີ່ຊື່ນໃຈໃນໂລກ ໂດຍຄວາມເປັນຂອງ ບໍ່ທ່ຽງ ເປັນທຸກຂ໌ ເປັນສະພາບບໍ່ແມ່ນຕົວຕົນ, ເຫັນໂດຍຄວາມເປັນຂອງສຽບແທງ ເປັນພັຍໜ້າຢ້ານແລ້ວ ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມລະຕັນຫາໄດ້.
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ລະຕັນຫາໄດ້, ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມລະອຸປະທິໄດ້ ; ເມື່ອລະອຸປະທິໄດ້ ກໍຍ່ອມລະທຸກຂ໌ໄດ້ ; ເມື່ອລະທຸກຂ໌ໄດ້ ກໍຍ່ອມພົ້ນຈາກ ຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະ ແລະອຸປາຍາສະ ; ເຮົາຕະຖາຄົຕກ່າວວ່າ ສະມະນະຫຼືພຣາມເຫຼົ່ານັ້ນ ພົ້ນຈາກທຸກຂ໌ໄດ້ ດັ່ງນີ້ແລ.
- ນິທານ. ສັງ. ໑໖/໑໓໔/໒໖໑.