ຄວາມຕົກໃຈຕື່ນຢ້ານເພາະອຸປາທານ

ອະກຸສົນ

0:00/0:00
ພິກຂຸ ທ. ! ເຮົາ ຈະສະແດງຄວາມຕົກໃຈຕື່ນຢ້ານ ເພາະອຸປາທານ.... ແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ ຝຶກໄວ້ໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈະກ່າວບັດນີ້.
ພິກຂຸ ທ. ! ຄວາມຕົກໃຈຕື່ນຢ້ານ ເພາະອຸປາທານເປັນແນວໃດໜໍ ? ພິກຂຸ ທ. ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ, ເຂົາຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບໂດຍຄວາມເປັນຕົນແດ່, ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນວ່າມີຮູບແດ່, ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບວ່າມີຢູ່ໃນຕົນແດ່, ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນວ່າມີຢູ່ໃນຮູບແດ່; ແຕ່ຮູບນັ້ນ ຍ່ອມແປປ່ຽນ ຍ່ອມປ່ຽນເປັນໂດຍປະການອື່ນແກ່ເຂົາ, ວິນຍານຂອງເຂົາ ກໍເປັນວິນຍານທີ່ປ່ຽນແປງ ໄປຕາມຄວາມແປປ່ຽນຂອງຮູບ ເພາະຄວາມແປປ່ຽນຂອງຮູບ ໄດ້ມີໂດຍປະການອື່ນ; (ເມື່ອເປັນເຊັ່ນນັ້ນ) ຄວາມເກີດຂຶ້ນແຫ່ງທັມ ເປັນເຄື່ອງສະດຸ້ງຫວາດສຽວ ອັນເກີດມາຈາກການປ່ຽນແປງໄປຕາມຄວາມແປປ່ຽນຂອງຮູບ ຍ່ອມສຸບງໍາຈິຕຂອງເຂົາຕັ້ງຢູ່; ເພາະຄວາມທີ່ຈິຕຖືກສຸບງໍາ ດ້ວຍທັມເປັນເຄື່ອງສະດຸ້ງຫວາດສຽວ ເຂົາກໍເປັນຜູ້ຫວາດສະດຸ້ງ ຄັບແຄ້ນ ກະວົນກະວາຍ ແລະສະດຸ້ງຫວາດສຽວ ຢູ່ດ້ວຍອຸປາທານ.

(ໃນກໍລະນີ ທີ່ກ່ຽວກັບການຕາມເຫັນ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມດັ່ງດຽວກັນກັບ ໃນກໍລະນີແຫ່ງຮູບ).

ພິກຂຸ ທ. ! ຄວາມຕົກໃຈຕື່ນຢ້ານ ເພາະອຸປາທານ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້ ແລ.

- ຂັນທ໌. ສັງ. ໑໗/໒໐/໓໑-໓໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ