ຖານະທີ່ເປັນໄປບໍ່ໄດ້ ສຳລັບຜູ້ເຖິງພ້ອມດ້ວຍທິດຖິ (ພຣະໂສດາບັນ) ໃນຍະທີໜຶ່ງ
ໂສດາບັນ
ພິກຂຸທັງຫຼາຍ ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື : -
ຜູ້ເຖິງພ້ອມດ້ວຍທິດຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ ຢໍາເກງ ໃນພຣະສາສດາ;
ຜູ້ເຖິງພ້ອມດ້ວຍທິດຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ ຢໍາເກງ ໃນພຣະທັມ;
ຜູ້ເຖິງພ້ອມດ້ວຍທິດຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ ຢໍາເກງ ໃນພຣະສົງຄ໌;
ຜູ້ເຖິງພ້ອມດ້ວຍທິດຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ ຢໍາເກງ ໃນສິກຂາ;
ຜູ້ເຖິງພ້ອມດ້ວຍທິດຖິ ບໍ່ອາດມາສູ່ອະນາຄະມະນີຍະວັຕຖຸ (ວັຕຖຸທີ່ບໍ່ຄວນເຂົ້າຫາ);
ຜູ້ເຖິງພ້ອມດ້ວຍທິດຖິ ບໍ່ອາດຍັງພົບທີແປດໃຫ້ເກີດຂຶ້ນ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
(ຄຳວ່າ “ວັຕຖຸທີ່ບໍ່ຄວນເຂົ້າຫາ” ໝາຍເຖິງວັຕຖຸສິ່ງຂອງ ກໍໄດ້, ການກະທໍາທີ່ມີຜົລ ກໍໄດ້, ທິຕຖິ ກໍໄດ້. ຄຳວ່າ “ພົບທີ່ແປດ” ໝາຍຄວາມວ່າບໍ່ອາດຈະມີແກ່ພຣະໂສດາບັນ, ພຣະໂສດາບັນຈະມີພົບຫຼືຊາຕ ຕໍ່ໄປໄດ້ຢ່າງຫຼາຍອີກພຽງເຈັດຊາຕເທົ່ານັ້ນ).
- ບາລີ ສັກກ. ອັງ. ໒໒/໔໘໙/໓໖໓.