ອາການທີ່ສັດເກີດຕັນຫາ ແລະ ເກີດທຸກ
ສັດ
ພິກຂຸ ທ. ! ການປະຕິສົນທິຂອງສັຕໃນຄັນ ຍ່ອມມີໄດ້ ເພາະການປະຊຸມພ້ອມຂອງສິ່ງ ໓ ຢ່າງ. ໃນສັຕໂລກນີ້ ເຖິງວ່າ ມານດາ ແລະບິດາ ເປັນຜູ້ຢູ່ຮ່ວມກັນ ແຕ່ມານດາຍັງບໍ່ຜ່ານການມີລະດູ ແລະຄັນທັບພະ (ສັຕທີ່ຈະເຂົ້າໄປປະຕິສົນທິໃນຄັນນັ້ນ) ກໍຍັງບໍ່ເຂົ້າໄປຕັ້ງຢູ່ໂດຍສະເພາະດ້ວຍ, ການປະຕິສົນທິຂອງສັຕໃນຄັນ ກໍຍັງມີຂຶ້ນບໍ່ໄດ້ກ່ອນ. ໃນສັຕໂລກນີ້ ເຖິງວ່າມານດາແລະບິດາ ເປັນຜູ້ຢູ່ຮ່ວມກັນ ແລະມານດາ ກໍຜ່ານການມີລະດູ ແຕ່ຄັນທັບພະ ຍັງບໍ່ເຂົ້າໄປຕັ້ງຢູ່ໂດຍສະເພາະ; ການປະຕິ ສົນທິຂອງສັຕໃນຄັນ ກໍຍັງມີຂຶ້ນບໍ່ໄດ້ນັ້ນເອງ; ພິກຂຸ ທ. ! ແຕ່ເມື່ອໃດ ມານດາແລະບິດາ ເປັນຜູ້ຢູ່ຮ່ວມກັນດ້ວຍ. (ຢະໂຕຈະ ໂຂ ພິກຂະເວ ມາຕາປິຕະໂຣ ຈະ ສັນນິປະຕິຕາ ໂຫຕິ ມາຕາ ຈະ ອຸຕຸນີ ໂຫຕິ ຄັນທັບໂພ ຈະ ປັຈຈຸປັດທິໂຕ ໂຫຕິ ເອວັງ ຕິນນັງ ສັນນິປາຕາ ຄັບພັດສາວັກກັນຕິ ໂຫຕິ); ມານດາ ກໍຜ່ານການມີລະດູດ້ວຍ ຄັນທັບພະກໍເຂົ້າໄປຕັ້ງຢູ່ໂດຍສະເພາະດ້ວຍ, ການປະຕິສົນທິຂອງສັຕໃນຄັນ ຍ່ອມສໍາເລັດໄດ້ ເພາະການປະຊຸມພ້ອມກັນຂອງສິ່ງ ໓ ຢ່າງ ດ້ວຍອາການດັ່ງນີ້.
(ໝາຍເຫຕ : ຄໍາວ່າຄັນທັບພະ (ຄັນທັບໂພ) ຄວນໝາຍເຖິງຊື່ເອີ້ນສະເພາະກໍຣະນີ ທີ່ບົ່ງບອກເຖິງວິນຍານ ທີ່ຈະເຂົ້າໄປຕັ້ງຢູ່ໃນສັຕ ທີ່ອາໄສຄັນ ເປັນການເກີດ, ການປະຊຸມພ້ອມກັນ ຂອງສິ່ງ ໓ ຢ່າງຈຶ່ງຈະຄົບທັງຮູບ ແລະນາມ ການປະຕິສົນທິຂອງສັຕໃນຄັນ ຍ່ອມຈະສໍາເລັດ, ຈະສອດຄ່ອງກັບ ທີ່ພຣະອົງຄ໌ ຕຣັດກ່ຽວກັບເດັກໃນຄັນ ຈະຈະເຣີນເຕີບໂຕຕໍ່ໄປໄດ້ ຕ້ອງອາໄສວິນຍານ ດັ່ງທີ່ຕຣັດໄວ້ກັບພຣະອານົນທ໌ໃນປະຕິຈຈະສະມຸບບາດຈາກພຣະໂອຕຖະ ໜ້າ ໗໘໙ ແລະໃນເຫຼັ້ມນີ້ໜ້າ ໑໓໘)
ພິກຂຸ ທ. ! ມານດາ ຍ່ອມບໍຣິຫານສັຕທີ່ເກີດໃນຄັນນັ້ນ ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫຼວງ ເປັນພາຣະໜັກແທ້ ຕະຫຼອດເວລາເກົ້າເດືອນແດ່ ສິບເດືອນແດ່.
ພິກຂຸ ທ. ! ເມື່ອຜ່ານກາຍໄປເກົ້າເດືອນ ຫຼືສິບເດືອນ, ມານດາຍ່ອມຄອດບຸຕນັ້ນ ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫຼວງ ເປັນພາຣະໜັກແທ້; ໄດ້ລ້ຽງຊຶ່ງບຸຕອັນເກີດແລ້ວນັ້ນ ດ້ວຍໂລຫິຕຂອງຕົນເອງ. ພິກຂຸ ທ. ! ໃນວິນັຍຂອງພຣະອະຣິຍະເຈົ້າ ຄໍາວ່າ “ໂລຫິຕ” ນີ້ໝາຍເຖິງ ນໍ້ານົມຂອງມານດາ.
ພິກຂຸ ທ. ! ເດັກນ້ອຍນັ້ນ ຈະເຣີນວັຍຂຶ້ນ ມີອິນຊີອັນຈະເຣີນເຕັມທີ່ແລ້ວ ຫຼິ້ນຂອງຫຼິ້ນສໍາລັບເດັກ ເຊັ່ນຫຼິ້ນໄຖນ້ອຍໆ ຫຼິ້ນໝໍ້ເຂົ້າໝໍ້ແກງ ຫຼິ້ນຂອງຫຼິ້ນຊື່ໂມກຂະຈິກະ໑ ຫຼິ້ນໝາກປິ່ນລົມນ້ອຍໆ ຫຼິ້ນຊັ່ງຕວງຂອງດ້ວຍເຄື່ອງຕວງ ທີ່ເຮັດດ້ວຍໃບໄມ້ ຫຼິ້ນລົດນ້ອຍໆ ຫຼິ້ນທະນູນ້ອຍໆ.
ພິກຂຸ ທ. ! ເດັກນ້ອຍນັ້ນ ຄັນຈະເຣີນວັຍຂຶ້ນແລ້ວ ມີອິນຊີອັນຈະເຣີນເຕັມທີ່ແລ້ວ ເປັນຜູ້ເອີບອີ່ມ ພຽບພ້ອມດ້ວຍກາມະຄຸນທັງຫ້າ ໃຫ້ເຂົາບໍາເລີຢູ່ : ທາງຕາດ້ວຍຮູບ, ທາງຫູດ້ວຍສຽງ, ທາງດັງດ້ວຍກິ່ນ, ທາງລີ້ນດ້ວຍຣົສ, ແລະ ທາງກາຍດ້ວຍໂຜຕຖັພພະ, ຊຶ່ງລ້ວນແຕ່ເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍວນຕາ ຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ແລະ ເປັນທີ່ຕັ້ງແຫ່ງຄວາມຮັກ. ເດັກນ້ອຍນັ້ນ ຄັນເຫັນຮູບດ້ວຍຈັກຂຸ ເປັນຕົ້ນແລ້ວ ຍ່ອມກໍາໜັດຍິນດີໃນຮູບເປັນຕົ້ນ ທີ່ຍົວະຍວນໃຫ້ເກີດຄວາມຮັກ, ຍ່ອມຂັດໃຈໃນຮູບເປັນຕົ້ນ ອັນບໍ່ເປັນທີ່ຕັ້ງແຫ່ງຄວາມຮັກ; ບໍ່ເປັນຜູ້ຕັ້ງໄວ້ຊຶ່ງ ສະຕິ ອັນເປັນໄປໃນກາຍ
໑. ໂມກຂະຈິກະ ເປັນຂອງຫຼີ້ນສໍາລັບເດັກນ້ອຍ ຊະນິດໜຶ່ງ ທີ່ຕອນເທິງໝູນໄດ້.
ມີໃຈເປັນອະກຸສົລ ບໍ່ຮູ້ຕາມທີ່ເປັນຈິງ ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນເປັນທີ່ດັບບໍ່ເຫຼືອ ແຫ່ງທັມອັນເປັນບາບ ອະກຸສົລທັງຫຼາຍ. ກຸມາຣນ້ອຍນັ້ນ ເມື່ອປະກອບດ້ວຍຄວາມຍິນດີ ແລະຄວາມຍິນຮ້າຍ ຢູ່ເຊັ່ນນີ້ແລ້ວ, ສະເຫວີຍຊຶ່ງເວທະນາໃດໆ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ, ເຂົາຍ່ອມເພີດເພີນ ພໍ່າສັນເສີນ ມົກໝຸ້ນຢູ່ ຊຶ່ງເວທະນານັ້ນໆ. ເມື່ອເປັນຢູ່ເຊັ່ນນັ້ນ, ຄວາມເພີນ (ນັນທິ) ຍ່ອມບັງເກີດຂຶ້ນ. ຄວາມເພີນໃດ ໃນເວທະນາທັງຫຼາຍມີຢູ່, ຄວາມເພີນອັນນັ້ນເປັນອຸປາທານ. ເພາະອຸປາທານ ຂອງເຂົານັ້ນເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ແລ.
- ມູ. ມ. ໑໒/໔໘໗-໔໘໘/໔໕໒-໔໕໓.