ປະຕິປະທາໃຫ້ເຖິງຄວາມເປັນ ໝາ ແລະ ງົວ

ພົບພູມ

0:00/0:00
ຂ້າແຕ່ພຣະອົງຜູ້ຈະເຣີນ ! ເສນິຢະອະເຈລະນີ້ ປະພຶດວັຕດັ່ງໝາ ເຮັດກັມຍາກທີ່ຜູ້ອື່ນຈະເຮັດໄດ້ ບໍຣິໂພກພາຊະນະທີ່ວາງໄວ້ ນະ ພື້ນດິນ ລາວສະມາທານກຸກກຸຣະວັຕນັ້ນຢ່າງບໍລິບູນ ຊົ່ວສິ້ນກາລະນານ ຄະຕິຂອງລາວຈະເປັນແນວໃດ ພົບໜ້າຂອງລາວຈະເປັນແນວໃດ ?

ຢ່າເລີຍປຸນນະ ! ຈົ່ງເຊົາຂໍ້ນີ້ເສຍເຖີ້ນ ຢ່າຖາມເຮົາເຖິງຂໍ້ນີ້ເລີຍ.

ປຸນນະໂກລິຢະບຸດຜູ້ປະພຶດວັຕດັ່ງງົວ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໒ ແລະພຣະຜູູ້ມີພຣະພາກໄດ້ຕຣັດຫ້າມ
ປຸນນະໂກລິຢະບຸດຜູ້ປະພຶດວັຕດັ່ງງົວ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໓ ພຣະຜູູ້ມີພຣະພາກຈຶ່ງຕຣັດຕອບວ່າ

ປຸນນະ ! ບຸກຄົນບາງຄົນໃນໂລກນີ້ ບໍາເພັນກຸກກຸຣະວັຕ ບໍາເພັນປົກກະຕິຂອງໝາ ບໍາເພັນກິລິຍາການຂອງໝາໃຫ້ບໍລິບູນ ບໍ່ຂາດສາຍ ຄັນແລ້ວເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງໝາ ອັນໜຶ່ງ ຖ້າເຂົາມີຄວາມເຫັນເຊັ່ນນີ້ວ່າ ເຮົາຈະເປັນເທວະດາຫຼືເທບອົງໃດອົງໜຶ່ງ ດ້ວຍສີລ ວັຕ ຕະບະ ຫຼືພຣົມມະຈັນນີ້ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.
ປຸນນະ ! ເຮົາກ່າວຄະຕິຂອງຜູ້ເຫັນຜິດວ່າມີ ໒ ຢ່າງ ຢ່າງໃດຢ່າງໜຶ່ງຄື ນະຣົກຫຼືກໍາເນີດເດຣັດສານ.


ປຸນນະ ! ກຸກກຸຣະວັຕເມື່ອເຖິງພ້ອມ ຍ່ອມນໍາສົ່ງເຖິງຄວາມເປັນສະຫາຍຂອງໝາ ເມື່ອວິບັດຍ່ອມນໍາສົ່ງເຖິງນະຣົກ ດ້ວຍປະການສະນີ້.
ເມື່ອພຣະຜູ້ມີພຣະພາກຕຣັດດັ່ງນີ້ແລ້ວ ເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ ຮ້ອງໄຫ້ນໍ້າຕາໄຫຼ.

.... .... .... ....

ຂ້າແຕ່ພຣະອົງຜູ້ຈະເຣີນ ! ປຸນນະໂກລິຢະບຸດ ປະພຶດວັຕດັ່ງງົວ ລາວສະມາທານໂຄວັຕນັ້ນຢ່າງບໍລິບູນມາດົນນານ ຄະຕິຂອງລາວຈະເປັນແນວໃດ ພົບໜ້າຂອງລາວຈະເປັນແນວໃດ ?

ຢ່າເລີຍເສນິຢະ ! ຈົ່ງເຊົາຂໍ້ນີ້ເສຍເຖີ້ນ ຢ່າຖາມເຮົາເຖິງຂໍ້ນີ້ເລີຍ.

ເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໒ ແລະພຣະຜູູ້ມີພຣະພາກໄດ້ຕຣັດຫ້າມ
ເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໓ ພຣະຜູູ້ມີພຣະພາກຈຶ່ງຕຣັດຕອບວ່າ

ເສນິຢະ ! ບຸກຄົນບາງຄົນໃນໂລກນີ້ ບໍາເພັນໂຄວັຕ ບໍາເພັນປົກກະຕິຂອງງົວ ບໍາເພັນກິລິຍາການຂອງງົວໃຫ້ບໍລິບູນ ບໍ່ຂາດສາຍ ຄັນແລ້ວເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງງົວ ອັນໜຶ່ງ ຖ້າເຂົາມີຄວາມເຫັນເຊັ່ນນີ້ວ່າ ເຮົາຈະເປັນເທວະດາຫຼືເທບອົງໃດອົງໜຶ່ງ

ດ້ວຍສີລ ວັຕ ຕະບະ ຫຼືພຣົມມະຈັນນີ້ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.
ເສນິຢະ ! ເຮົາກ່າວຄະຕິຂອງຜູ້ເຫັນຜິດວ່າມີ ໒ ຢ່າງ ຢ່າງໃດຢ່າງໜຶ່ງຄື ນະຣົກຫຼືກໍາເນີດເດຣັດສານ..
ເສນິຢະ ! ໂຄວັຕ ເມື່ອເຖິງພ້ອມ ຍ່ອມນໍາສົ່ງເຖິງຄວາມເປັນສະຫາຍຂອງງົວ ເມື່ອວິບັດຍ່ອມນໍາສົ່ງເຖິງນະຣົກ ດ້ວຍປະການສະນີ້.

ເມື່ອພຣະຜູ້ມີພຣະພາກຕຣັດດັ່ງນີ້ແລ້ວ ປຸນນະໂກລິຢະບຸດຜູ້ປະພຶດວັຕດັ່ງງົວ ຮ້ອງໄຫ້ນໍ້າຕາໄຫຼ.
ລໍາດັບນັ້ນ ພຣະຜູ້ມີພຣະພາກໄດ້ຕຣັດກັບເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ
ເສນິຢະ ! ເຮົາບໍ່ໄດ້ຄໍານີ້ຈາກທ່ານວ່າ ຢ່າເລີຍເສນິຢະ ຈົ່ງເຊົາຂໍ້ນັ້ນເສຍເຖີ້ນ ຢ່າຖາມເຮົາເຖິງຂໍ້ນັ້ນເລີຍ ດັ່ງນີ້.

ປຸນນະໂກລິຢະບຸດຂາບທູນວ່າ
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້າພະເຈົ້າບໍ່ໄດ້ຮ້ອງໄຫ້ເຖິງການພະຍາກອນນັ້ນ ທີ່ພຣະຜູ້ມີພຣະພາກຕຣັດກັບຂ້າພະເຈົ້າ ແມ່ນວ່າຂ້າພະເຈົ້າສະມາທານໂຄວັຕນີ້ຢ່າງບໍລິບູນມາດົນນານ.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້າພະເຈົ້າເຫຼື້ອມໃສໃນພຣະຜູ້ມີພຣະພາກດັ່ງນີ້ວ່າ ພຣະຜູ້ມີພຣະພາກຊົງສາມາດສະແດງທັມ ໂດຍປະການທີ່ໃຫ້ຂ້າພະເຈົ້າຍ່ອມຢຸດໂຄວັຕນີ້ໄດ້ ແລະເສນິຢະອະເຈລະຜູ້ປະພຶດວັຕດັ່ງໝາ ຍ່ອມຢຸດກຸກກຸຣະວັຕນັ້ນໄດ້.

- ບາລີ ມ. ມ. ໑໓/໗໙-໘໒/໘໔-໘໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ