ບຸກຄົນທີ່ບໍ່ຄວນບູຊາ

ທໍາໃນເບື້ອງຕົ້ນ

0:00/0:00
ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ບໍ່ຄວນບູຊາ; ທັມ 10 ປະການເປັນຢ່າງໃດ? ຄື:
1. ບຸກຄົນເປັນຜູ້ຂ້າສັດຕະ,
2. ລັກຊັບ,
3. ປະພຶດຜິດໃນກາມ,
4. ເວົ້າຕົວະ,
5. ເວົ້າສຽດສີ,
6. ເວົ້າຄຳຫຍາບ,
7. ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ,
8. ມີຄວາມຢາກໄດ້ຂອງຜູ້ອື່ນ,
9. ມີຈິດພະຍາບາດ,
10. ມີຄວາມເຫັນຜິດ.

ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ບໍ່ຄວນບູຊາ.

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ຄວນບູຊາ;
ທັມ 10 ປະການເປັນຢ່າງໃດ? ຄື:
1. ບຸກຄົນເປັນຜູ້ງົດເວັ້ນຈາກການຂ້າສັດຕະ,
2. ງົດເວັ້ນຈາກການລັກຊັບ,
3. ງົດເວັ້ນຈາກການປະພຶດຜິດໃນກາມ,
4. ງົດເວັ້ນຈາກການເວົ້າຕົວະ,
5. ງົດເວັ້ນຈາກການເວົ້າສຽດສີ,
6. ງົດເວັ້ນຈາກການເວົ້າຄຳຫຍາບ,
7. ງົດເວັ້ນຈາກການເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ,
8. ບໍ່ມີຄວາມຢາກໄດ້ຂອງຜູ້ອື່ນ,
9. ບໍ່ມີຈິດພະຍາບາດ,
10. ມີຄວາມເຫັນຊອບ.

ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ຄວນບູຊາ.


ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໕໗/໑໘໘
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ