ຄວາມດັບຂອງສັນຍາຂັນຄື ຄວາມດັບຂອງທຸກ
ອະຣິຍະສັດ 4
ພິກຂຸ ທ. ! ຄວາມດັບ ຄວາມເຂົ້າໄປສະຫງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ຂອງສັນຍາໃນຮູບ ຂອງສັນຍາໃນສຽງ ຂອງສັນຍາໃນກິ່ນ ຂອງສັນຍາໃນຣົສ ຂອງສັນຍາໃນໂຜຕຖັພພະ ແລະຂອງສັນຍາໃນທັມມາຣົມ ໃດໆ, ອັນນັ້ນແຫຼະເປັນຄວາມດັບຂອງທຸກຂ໌, ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະຫງົບລະງັບ ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ ອັນນັ້ນແຫຼະ ເປັນຄວາມຕັ້ງຢູ່ບໍ່ໄດ້ ຂອງຊະຣາ ແລະມະຣະນະ ແລ.
- ຂັນທະ. ສັງ. ໑໗/໒໘໕/໔໙໐.
- ຂັນທະ. ສັງ. ໑໗/໒໘໕/໔໙໐.








