ຜູ້ຊ່ວຍໃຫ້ຮູ້ອະຣິຍະສັດນັບເນື່ອງຢູ່ໃນບຸກຄົນຜູ້ມີອຸປະກາຣະຫຼາຍ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ບຸຄຄົລຜູ້ມີອຸປະກາຣະຫຼາຍ ຕໍ່ບຸຄຄົລສາມຈໍາພວກເຫຼົ່ານີ້ ມີຢູ່.ສາມຈໍາພວກເຫຼົ່າໃດໜໍ ?

ພິກຂຸ ທ. ! ບຸຄຄົລອາສັຍບຸຄຄົລໃດແລ້ວ ໄດ້ເປັນຜູ້ເຖິງພຣະພຸດທະເຈົ້າເປັນ ສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ. ພິກຂຸ ທ. ! ບຸຄຄົລນີ້ຊື່ວ່າ ເປັນຜູ້ມີອຸປະກາຣະຫຼາຍຕໍ່ບຸຄຄົລນີ້.

ພິກຂຸ ທ. ! ຂໍ້ອື່ນອີກ, ບຸຄຄົລອາໄສບຸຄຄົລໃດແລ້ວ ໄດ້ຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້. ພິກຂຸ ທ. ! ບຸຄຄົລນີ້ຊື່ວ່າ ມີອຸປະກາຣະຫຼາຍຕໍ່ບຸຄຄົລນີ້.

ພິກຂຸ ທ. ! ຂໍ້ອື່ນອີກ, ບຸຄຄົລອາໄສບຸຄຄົລໃດແລ້ວ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕ ວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. !ບຸຄຄົລນີ້ຊື່ວ່າ ມີອຸປະກາຣະຫຼາຍຕໍ່ບຸຄຄົລນີ້.
ພິກຂຸ ທ. ! ບຸຄຄົລ ໓ ຈໍາພວກເຫຼົ່ານີ້ແລ ຊື່ວ່າບຸຄຄົລຜູ້ມີອຸປະກາຣະຫຼາຍຕໍ່ບຸຄຄົລ.

ພິກຂຸ ທ. ! ເຮົາກ່າວວ່າ ບໍ່ມີບຸຄຄົລອື່ນທີ່ມີອຸປະກາຣະຫຼາຍຕໍ່ບຸຄຄົລຍິ່ງໄປກວ່າບຸຄຄົລ ໓ ຈໍາພວກນີ້.

ພິກຂຸ ທ. ! ສໍາລັບບຸຄຄົລ ໓ ຈໍາພວກນັ້ນ ບຸຄຄົລຈະເຮັດປະຕິກາຣະໄດ້ໂດຍງ່າຍຫາບໍ່ໄດ້ ເຖິງແມ່ນດ້ວຍການອະພິວາດ ການລຸກຂຶ້ນຢືນຮັບ ການເຮັດອັນຊະລີ ການເຮັດສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອນ ບິນທະບາຕເສນາສະນະ ແລະຄິລານະປັຈຈັຍຍະເພສັຊຊະບໍຣິຂາຣະ, ແລ. (ຄືບໍ່ເປັນການງ່າຍທີ່ຈະມີໂອກາດໄດ້ຂາບໄຫວ້, ຮັບໃຊ້, ...., ຖວາຍປັຈຈັຍ ໔ ໃນບຸຄຄົລ ໓ ຈໍາພວກນີ້.)

- ຕິກ. ອັງ. ໒໐/໑໕໕/໔໖໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ