ບ່ອນຕັ້ງຢູ່ຂອງວິນຍານ (ໄນທີ່ 1)

ພົບພູມ

0:00/0:00
ພິກຂຸຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພັນພືດ ມີ ໕ ຢ່າງເຫຼົ່ານີ້.
໕ ຢ່າງ ແນວໃດໜໍ ? ໕ ຢ່າງຄື :
໑. ພືດຈາກເຫງົ້າຫຼືຮາກ (ມູລະພີຊະ)
໒. ພືດຈາກຕົ້ນ (ຂັນທະພີຊະ)
໓. ພືດຈາກຕາຫຼືໝາກ (ຜະລະພີຊະ)
໔. ພືດຈາກຍອດ (ອັກຄະພີຊະ)
໕. ພືດຈາກແກ່ນ (ພີຊະພີຊະ)
ພິກຂຸທັງຫຼາຍ ! ຖ້າສິ່ງທີ່ໃຊ້ເປັນພັນພືດ ໕ ຢ່າງເຫຼົ່ານີ້ ທີ່ບໍ່ຖືກທໍາລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມແລະແດດ ຍັງມີເຊື້ອງອກບໍລິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ ແຕ່ດິນ ນໍ້າ ບໍ່ມີ .
ພິກຂຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພັນພືດ ໕ ຢ່າງ ເຫລົ່ານີ້ຈະຍ່ອມຈະເລີນງອກງາມໄດ້ຫຼືບໍ່ ?
ບໍ່ເປັນເຊັ່ນນັ້ນ ຂ້ານ້ອຍ !
ພິກຂຸທັງຫຼາຍ ! ຖ້າສິ່ງທີ່ໃຊ້ເປັນພັນພືດ ໕ ຢ່າງ ເຫລົ່ານີ້ແຫຼະ ທີ່ບໍ່ຖືກທໍາລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມແລະແດດ ຍັງມີເຊື້ອງອກບໍລິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ ທັງດິນ ນໍ້າ ກໍມີດ້ວຍ.

ພິກຂຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພັນພືດ ໕ ຢ່າງເຫລົ່ານີ້ ຈະຍ່ອມຈະເລີນ ງອກງາມ ໄພບູນໄດ້ ແມ່ນຫລືບໍ່ ?
ເປັນເຊັ່ນນັ້ນ ຂ້ານ້ອຍ !
ພິກຂຸທັງຫລາຍ !
ວິນຍານຖິຕິ ໔ ຢ່າງ (ຮູບ ເວທະນາ ສັນຍາ ສັງຂາຣ) ຈົ່ງເຫັນວ່າ ເໝືອນກັບ ດິນ.
ພິກຂຸທັງຫລາຍ !
ນັນທິຣາຄະ (ຄວາມກໍາໜັດດ້ວຍອໍານາດແຫ່ງຄວາມເພີນ) ຈົ່ງເຫັນວ່າເໝືອນກັບ ນ້ຳ.
ພິກຂຸທັງຫລາຍ !
ວິນຍານ ຊຶ່ງປະກອບດ້ວຍປັດໄຈ ຈົ່ງເຫັນວ່າ ເໝືອນກັບ ພັນພືດດິບສົດທັງ ໕ ນັ້ນ.
ພິກຂຸທັງຫລາຍ ! ວິນຍານ ຊຶ່ງຖືເອົາຮູບຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວິນຍານທີ່ມີຮູບເປັນອາລົມ ມີຮູບເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມໄພບູນໄດ້.
ພິກຂຸທັງຫລາຍ ! ວິນຍານ ຊຶ່ງຖືເອົາເວທະນາຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວິນຍານທີ່ມີເວທະນາເປັນອາລົມ ມີເວທະນາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນ ງອກງາມ ໄພບູນໄດ້.

ພິກຂຸທັງຫລາຍ ! ວິນຍານ ຊຶ່ງຖືເອົາສັນຍາຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວິນຍານທີ່ມີສັນຍາເປັນອາລົມ ມີສັນຍາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນ ງອກງາມ ໄພບູນໄດ້.
ພິກຂຸທັງຫລາຍ ! ວິນຍານ ຊຶ່ງຖືເອົາສັງຂາຣຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວິນຍານທີ່ມີສັງຂາຣເປັນອາລົມ ມີສັງຂາຣເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນ ງອກງາມ ໄພບູນໄດ້.
ພິກຂຸທັງຫລາຍ ! ຜູ້ໃດຈະຍ່ອມກ່າວເຊັ່ນນີ້ວ່າ
ເຮົາຈະບັນຍັດຊຶ່ງການມາ ການໄປ
ການຈຸຕິ (ການຕາຍ) ການອຸບັດ (ການເກີດ)
ຄວາມຈະເລີນ ຄວາມງອກງາມ
ແລະຄວາມໄພບູນຂອງວິນຍານ
ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ
ເວັ້ນຈາກສັນຍາ ແລະເວັ້ນຈາກສັງຂາຣ ດັ່ງນີ້ນັ້ນ.
ນີ້ບໍ່ແມ່ນຖານະທີ່ຈະມີໄດ້ເລີຍ.
ພິກຂຸທັງຫລາຍ ! ຖ້າຣາຄະໃນຮູບທາດ ໃນເວທະນາທາດ ໃນສັນຍາທາດ ໃນສັງຂາຣທາດ ໃນວິນຍານທາດ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ.

ເພາະລະຣາຄະໄດ້
ອາລົມສໍາລັບວິນຍານກໍຂາດລົງ
ທີ່ຕັ້ງຂອງວິນຍານກໍບໍ່ມີ
ວິນຍານອັນບໍ່ມີທີ່ຕັ້ງນັ້ນ ກໍບໍ່ງອກງາມ
ຫລຸດພົ້ນໄປ ເພາະບໍ່ຖືກປຸງແຕ່ງ
ເພາະຫລຸດພົ້ົ້ນໄປ ກໍຕັ້ງໝັ້ນ
ເພາະຕັ້ງໝັ້ນ ກໍຍິນດີໃນຕົນເອງ
ເພາະຍິນດີໃນຕົນເອງ ກໍບໍ່ຫວັ່ນໄຫວ
ເມື່ອບໍ່ຫວັ່ນໄຫວ ກໍປະຣິນິບພານສະເພາະຕົນ
ຍ່ອມຮູ້ແຈ້ງວ່າ
ຊາດດັບສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ
ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ
ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ ດັ່ງນີ້.

- ບາລີ ຂັນທ. ສັງ. ໑໗/໖໗-໖໘/໑໐໖-໑໐໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ