ວ່າດ້ວຍສິ່ງທີ່ເປັນໄພ ແລະໜ້າຢ້ານກົວ

ທາງສາຍກາງ

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ຊານຸໂສນີພຣາມນ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຊານຸໂສນີພຣາມນ໌ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກຣາບທູລພຣະຜູ້ມີພຣະພາຄດັ່ງນີ້ວ່າ:
ຂ້າແຕ່ທ່ານພຣະໂຄດົມ! ກຸລະບຸຕເຫລົ່າໃດ ມີສັທທາ ອອກບວຊເປັນບັນພະຊິຕ ອຸທິສສະເພາະທ່ານພຣະໂຄດົມ ທ່ານພຣະໂຄດົມຊົງເປັນຫົວໜ້າຂອງກຸລະບຸຕເຫລົ່ານັ້ນ ຊົງມີອຸປະກາຣະຫລາຍແກ່ກຸລະບຸຕເຫລົ່ານັ້ນ ຊົງຍັງກຸລະບຸຕເຫລົ່ານັ້ນໃຫ້ຖືເອົາຕາມ ແລະຊົນເຫລົ່ານັ້ນຍ່ອມປະຕິບັຕຕາມແບບຢ່າງຂອງທ່ານສະມະນະໂຄດົມຫລື?

ພຣະຜູ້ມີພຣະພາຄຕຣັສວ່າ:

ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ

ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ, ກຸລະບຸຕເຫລົ່າໃດ ມີສັທທາ ອອກບວຊເປັນບັນພະຊິຕ ອຸທິສສະເພາະເຮົາ ເຮົາເປັນຫົວໜ້າຂອງກຸລະບຸຕເຫລົ່ານັ້ນ ມີອຸປະກາຣະຫລາຍແກ່ກຸລະບຸຕເຫລົ່ານັ້ນ ຍັງກຸລະບຸຕເຫລົ່ານັ້ນໃຫ້ຖືເອົາຕາມ ແລະຊົນເຫລົ່ານັ້ນຍ່ອມປະຕິບັຕຕາມແບບຢ່າງຂອງເຮົາ.

ຂ້າແຕ່ທ່ານພຣະໂຄດົມ! ເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ຍາກທີ່ຈະເປັນຢູ່ໄດ້ໃນພາວະທີ່ໂດດດ່ຽວ ຄວາມສງັດກາຍ ຍາກທີ່ຈະກະທຳໄດ້ ຍາກທີ່ຈະຍິນດີໄດ້ ປ່າທັງຫລາຍ ເໝືອນດັ່ງວ່າຈະຊັກພາໃຈຂອງພິກຂຸຜູ້ຍັງບໍ່ໄດ້ສະມາທິໄປເສຍ.

ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ

ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ, ເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ຍາກທີ່ຈະເປັນຢູ່ໄດ້ໃນພາວະທີ່ໂດດດ່ຽວ ຄວາມສງັດກາຍ ຍາກທີ່ຈະກະທຳໄດ້ ຍາກທີ່ຈະຍິນດີໄດ້ ປ່າທັງຫລາຍເໝືອນດັ່ງວ່າຈະຊັກພາໃຈຂອງພິກຂຸຜູ້ຍັງບໍ່ໄດ້ສະມາທິໄປເສຍ.

ພຣາມນ໌! ແມ່ນແຕ່ເຮົາເມື່ອເປັນໂພທິສັຕ ຍັງບໍ່ໄດ້ຕຣັສຮູ້ ກ່ອນກາຣຕຣັສຮູ້ນັ້ນ ໄດ້ມີຄວາມດຳຣິຢ່າງນີ້ວ່າ ເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ຍາກທີ່ຈະເປັນຢູ່ໄດ້ໃນພາວະທີ່ໂດດດ່ຽວ ຄວາມສງັດກາຍ ຍາກທີ່ຈະກະທຳໄດ້ ຍາກທີ່ຈະຍິນດີໄດ້ ປ່າທັງຫລາຍເໝືອນດັ່ງວ່າຈະຊັກພາໃຈຂອງພິກຂຸຜູ້ຍັງບໍ່ໄດ້ສະມາທິໄປເສຍ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີກາຍະກັມບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີກາຍະກັມບໍ່ບໍຣິສຸທເປັນເຫຕ ສ່ວນເຮົາບໍ່ມີກາຍະກັມບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີກາຍະກັມບໍຣິສຸທ. ພຣະອະຣິຍະເຈົ້າເຫລົ່າໃດມີກາຍະກັມບໍຣິສຸທ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີກາຍະກັມອັນບໍຣິສຸທນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບ(ບໍ່ມີຂົນລຸກຊູຊັນ)ໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີວະຈີກັມບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີວະຈີກັມບໍ່ບໍຣິສຸທເປັນເຫຕ ສ່ວນເຮົາບໍ່ມີວະຈີກັມບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີວະຈີກັມບໍຣິສຸທ. ພຣະອະຣິຍະເຈົ້າເຫລົ່າໃດມີວະຈີກັມບໍຣິສຸທ ຍ່ອມເສພເສນາສະນະອັນ ສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີວະຈີກັມອັນບໍຣິສຸທນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີມະໂນກັມບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີມະໂນກັມບໍ່ບໍຣິສຸທເປັນເຫຕ ສ່ວນເຮົາບໍ່ມີມະໂນກັມບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີມະໂນກັມບໍຣິສຸທ. ພຣະອະຣິຍະເຈົ້າເຫລົ່າໃດມີມະໂນກັມບໍຣິສຸທ ຍ່ອມເສພເສນາສະ ນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີມະໂນກັມອັນບໍຣິສຸທນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີອາຊີວະບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີອາຊີວະບໍ່ບໍຣິສຸທເປັນເຫຕ ສ່ວນເຮົາບໍ່ມີອາຊີວະບໍ່ບໍຣິສຸທ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີອາຊີວະບໍຣິສຸທ. ພຣະອະຣິຍະເຈົ້າເຫລົ່າໃດມີອາຊີວະບໍຣິສຸທ ຍ່ອມເສພເສນາສະນະອັນ ສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີອາຊີວະອັນບໍຣິສຸທນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີອະພິຊຊາ ມີຣາຄະກ້າໃນກາມທັງຫລາຍ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີອະພິຊຊາ ມີຣາຄະກ້າໃນກາມທັງຫລາຍເປັນເຫຕ ສ່ວນເຮົາບໍ່ມີອະພິຊຊາ ບໍ່ມີຣາຄະກ້າໃນກາມທັງຫລາຍ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ບໍ່ມີອະພິຊຊາ. ພຣະອະຣິຍະເຈົ້າເຫລົ່າໃດບໍ່ມີອະພິຊຊາ ຍ່ອມເສພເສນາສະ ນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ບໍ່ມີອະພິຊຊານີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.
ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີຈິຕພະຍາບາທ ມີຄວາມດຳຣິຊົ່ວ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີຈິຕພະຍາບາທ ມີຄວາມດຳຣິຊົ່ວເປັນເຫຕ ສ່ວນເຮົາບໍ່ມີຈິຕພະຍາບາທ ບໍ່ມີຄວາມດຳຣິຊົ່ວ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີຈິຕປະກອບດ້ວຍເມຕຕາ. ພຣະອະຣິຍະເຈົ້າເຫລົ່າໃດມີຈິຕປະກອບດ້ວຍເມຕຕາ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີຈິຕປະກອບດ້ວຍເມຕຕານີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດອັນຖີນະມິທທະກຸ້ມຣຸມແລ້ວ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຖືກຖີນະມິທທະກຸ້ມຣຸມເປັນເຫຕ ສ່ວນເຮົາບໍ່ມີຖີນະມິທທະກຸ້ມຣຸມ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ປາສະຈາກຖີນະມິທທະ. ພຣະອະຣິຍະເຈົ້າເຫລົ່າໃດປາສະຈາກຖີນະມິທທະ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ປາສະຈາກຖີນະມິທທະນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດຟຸ້ງຊ່ານ ມີຈິຕບໍ່ສງົບຣະງັບ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມຟຸ້ງຊ່ານ ມີຈິຕບໍ່ສງົບຣະງັບເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມຟຸ້ງຊ່ານ ບໍ່ມີຈິຕບໍ່ສງົບຣະງັບ ເສພເສນາສະນະອັນ ສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີຈິຕສງົບຣະງັບແລ້ວ. ພຣະອະຣິຍະເຈົ້າເຫລົ່າໃດມີຈິຕສງົບຣະງັບ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ຈິຕສງົບຣະງັບນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີຄວາມສົງສັຍເຄືອບແຄງ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີຄວາມສົງສັຍເຄືອບແຄງເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມສົງສັຍເຄືອບແຄງ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ຂ້າມພົ້ນຄວາມສົງສັຍໄດ້ແລ້ວ. ພຣະອະຣິຍະເຈົ້າເຫລົ່າໃດຂ້າມພົ້ນຄວາມສົງສັຍໄດ້ແລ້ວ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ຂ້າມພົ້ນຄວາມສົງສັຍໄດ້ແລ້ວໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລື ພຣາມນ໌ເຫລົ່າໃດຍົກຕົນຂົ່ມຜູ້ອື່ນ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມຍົກຕົນຂົ່ມຜູ້ອື່ນເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມຍົກຕົນຂົ່ມຜູ້ອື່ນ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນ. ພຣະອະຣິຍະເຈົ້າເຫລົ່າໃດເປັນຜູ້ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລື ພຣາມນ໌ເຫລົ່າໃດເປັນຜູ້ຫວາດຫວັ່ນ ມີຊາຕແຫ່ງຄົນຢ້ານ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີຄວາມຫວາດຫວັ່ນແລະມີຊາຕແຫ່ງຄົນຢ້ານເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມຫວາດຫວັ່ນ ບໍ່ມີຊາຕແຫ່ງຄົນຢ້ານ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ປາສະຈາກຄວາມຢ້ານກົວ. ພຣະອະຣິຍະເຈົ້າເຫລົ່າໃດປາສະຈາກຄວາມຢ້ານກົວ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ປາສະຈາກຄວາມຢ້ານກົວນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລື ພຣາມນ໌ເຫລົ່າໃດປາຖນາລາພແລະຄວາມສັນລະເສີນ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມປາຖນາລາພແລະຄວາມສັນລະເສີນເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມປາຖນາລາພແລະຄວາມສັນລະເສີນ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີຄວາມປາຖນານ້ອຍ. ພຣະອະຣິຍະເຈົ້າເຫລົ່າໃດມີຄວາມ ປາຖນານ້ອຍ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີຄວາມປາຖນານ້ອຍນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລື ພຣາມນ໌ເຫລົ່າໃດເປັນຜູ້ກຽດຄ້ານ ມີຄວາມພຽນຊົ່ວຊາມ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມເປັນຜູ້ກຽດຄ້ານ ມີຄວາມພຽນຊົ່ວຊາມເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ເປັນຜູ້ກຽດຄ້ານ ບໍ່ມີຄວາມພຽນຊົ່ວຊາມ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ປຣາຣົພຄວາມພຽນ. ພຣະອະຣິຍະເຈົ້າເຫລົ່າໃດເປັນຜູ້ປຣາຣົພຄວາມພຽນ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ປຣາຣົພຄວາມພຽນນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລື ພຣາມນ໌ເຫລົ່າໃດມີສະຕິຫລົງລືມ ບໍ່ມີສັມປະຊັນຍະ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມເປັນຜູ້ມີສະຕິຫລົງລືມ ບໍ່ມີສັມປະຊັນຍະເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ເປັນຜູ້ມີສະຕິຫລົງລືມ ເປັນຜູ້ມີສັມປະຊັນຍະ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີສະຕິຕັ້ງໝັ້ນ. ພຣະອະຣິຍະເຈົ້າເຫລົ່າໃດເປັນຜູ້ມີສະຕິຕັ້ງໝັ້ນ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີສະຕິຕັ້ງໝັ້ນນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.
ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີຈິຕບໍ່ຕັ້ງໝັ້ນ ມີຈິຕໝູນໄປຜິດ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມເປັນຜູ້ມີຈິຕບໍ່ຕັ້ງໝັ້ນ ມີຈິຕໝູນໄປຜິດເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ເປັນຜູ້ມີຈິຕບໍ່ຕັ້ງໝັ້ນ ບໍ່ມີຈິຕໝູນໄປຜິດ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ເຖິງພ້ອມດ້ວຍສະມາທິ. ພຣະອະຣິຍະເຈົ້າເຫລົ່າໃດເປັນຜູ້ເຖິງພ້ອມດ້ວຍສະມາທິ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ເຖິງພ້ອມດ້ວຍສະມາທິນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດເປັນຄົນໂງ່ເຂົາເບົາປັນຍາ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມເປັນຄົນໂງ່ເຂົາເບົາປັນຍາເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ເປັນຄົນໂງ່ເຂົາເບົາປັນຍາ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ເຖິງພ້ອມດ້ວຍປັນຍາ. ພຣະອະຣິຍະເຈົ້າເຫລົ່າໃດເປັນຜູ້ເຖິງພ້ອມດ້ວຍປັນຍາ ຍ່ອມເສພເສນາສະ ນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ເຖິງພ້ອມດ້ວຍປັນຍານີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.

ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິວ່າ ທາງທີ່ດີ ເຮົາຄວນຢູ່ໃນເສນາສະນະເຊັ່ນນີ້ຄື ອາຣາມເຈດີຍ໌ ວະນະເຈດີຍ໌ ຣຸກຂະເຈດີຍ໌ອັນໜ້າຢ້ານກົວ ໜ້າຂົນພອງສະຫຍອງເກົ້າ ໃນຣາຕຣີທີ່ຮູ້ກັນວ່າ ທີ່ກຳນົດກັນວ່າ ດິຖິທີ ໑໔, ດິຖິທີ ໑໕ ແລະທີ ໘ ແຫ່ງປັກຂ໌ ດ້ວຍຫວັງວ່າ ເຮົາຈະໄດ້ເຫັນຄວາມໜ້າກົວແລະຄວາມຫວາດສະດຸ້ງນັ້ນ ດັ່ງນີ້.

ພຣາມນ໌! ຕໍ່ມາ ເຮົາໄດ້ຢູ່ໃນເສນາສະນະເຊັ່ນນີ້ຄື ອາຣາມເຈດີຍ໌ ວະນະເຈດີຍ໌ ຣຸກຂະເຈດີຍ໌ອັນໜ້າຢ້ານກົວ ໜ້າຂົນພອງສະຫຍອງເກົ້າ ໃນຣາຕຣີທີ່ຮູ້ກັນວ່າ ທີ່ກຳນົດກັນວ່າ ດິຖິທີ ໑໔, ດິຖິທີ ໑໕ ແລະທີ ໘ ແຫ່ງປັກຂ໌. ພຣາມນ໌ ເມື່ອເຮົາຢູ່ໃນເສນາສະນະນັ້ນ ສັຕປ່າມາກໍດີ ນົກຍູງເຮັດໃຫ້ໄມ້ຕົກລົງມາກໍດີ ຫລືວ່າລົມພັດໃບໄມ້ໃຫ້ຕົກລົງມາກໍດີ, ພຣາມນ໌ ເຮົານັ້ນໄດ້ມີຄວາມດຳຣິຢ່າງນີ້ວ່າ ຄວາມໜ້າກົວແລະຄວາມຫວາດສະດຸ້ງນັ້ນເກີດຂຶ້ນແນ່ນອນ ເຮົານັ້ນໄດ້ມີຄວາມດຳຣິວ່າ ເພາະເຫຕໃດເຮົາຈຶ່ງຫວັງສະເພາະແຕ່ເຣື່ອງຄວາມກົວຢູ່ຢ່າງດຽວ ທາງທີ່ດີ ຄວນກຳຈັດຄວາມກົວແລະຄວາມຫວາດສະດຸ້ງທີ່ເກີດຂຶ້ນແກ່ເຮົາໃນອິຣິຍາບົຖທີ່ເຮົາເປັນຢູ່ນັ້ນໆເສຍ ດັ່ງນີ້.

ພຣາມນ໌! ເມື່ອເຮົາກຳລັງຈົງກົມຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ຢືນ ບໍ່ນັ່ງ ບໍ່ນອນເລີຍ ຈະຈົງກົມຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ເມື່ອເຮົາຢືນຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ຈົງກົມ ບໍ່ນັ່ງ ບໍ່ນອນເລີຍ ຈະຢືນຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ເມື່ອເຮົານັ່ງຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ນອນ ບໍ່ຢືນ ບໍ່ຈົງກົມເລີຍ ຈະນັ່ງຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ເມື່ອເຮົານອນຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ນັ່ງ ບໍ່ຢືນ ບໍ່ຈົງກົມເລີຍ ຈະນອນຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ມີສະມະນະພຣາມນ໌ພວກໜຶ່ງຍ່ອມສຳຄັນກາງຄືນແທ້ໆວ່າ ກາງເວັນ, ຍ່ອມສຳຄັນກາງເວັນແທ້ໆວ່າ ກາງຄືນ ເຮົາຍ່ອມກ່າວຄວາມສຳຄັນຢ່າງນີ້ຂອງສະມະນະພຣາມນ໌ເຫລົ່ານັ້ນວ່າ ຢູ່ດ້ວຍຄວາມຫລົງ.

ພຣາມນ໌! ສ່ວນເຮົາຍ່ອມສຳຄັນກາງຄືນວ່າ ກາງຄືນ ຍ່ອມສຳຄັນກາງເວັນວ່າ ກາງເວັນ.

ພຣາມນ໌! ບຸຄຄົລເມື່ອຈະກ່າວເຖິງສັຕຜູ້ບໍ່ມີຄວາມຫລົງເປັນທັມມະດາ ເກີດຂຶ້ນໃນໂລກ ເພື່ອປະໂຍຊນ໌ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ ບຸຄຄົລເມື່ອຈະກ່າວໃຫ້ຖືກ ຄວນກ່າວເຖິງເຮົານັ້ນແລວ່າ ສັຕຜູ້ບໍ່ມີຄວາມຫລົງເປັນທັມມະດາ ເກີດຂຶ້ນໃນໂລກ ເພື່ອປະໂຍຊນ໌ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ.
ພຣາມນ໌! ເຮົາປຣາຣົພຄວາມພຽນບໍ່ຢໍ້ຢ່ອນ ມີສະຕິຕັ້ງໝັ້ນບໍ່ຟັ່ນເຟືອນ ກາຍກໍສະງົບຣະງັບບໍ່ກະສັບກະສ່າຍ ຈິຕຕັ້ງໝັ້ນ ມີອາຣົມນ໌ແນ່ວແນ່.

ພຣາມນ໌! ເຮົານັ້ນສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.
ເຮົານັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທ ຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນບໍ່ຫວັ່ນໄຫວຢ່າງນີ້ແລ້ວ ຍ່ອມນ້ອມຈິຕໄປເພື່ອປຸພເພນິວາສານຸສະຕິຍານ ເຮົານັ້ນຍ່ອມຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນ ມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້. ພຣາມນ໌ ວິຊຊາທີ ໑ ນີ້ແລ ເຮົາໄດ້ບັນລຸແລ້ວ ໃນປະຖົມຍາມແຫ່ງຣາຕຣີ ກຳຈັດອະວິຊຊາເສຍໄດ້ ວິຊຊາກໍເກີດຂຶ້ນ ກຳຈັດຄວາມມືດເສຍໄດ້ ຄວາມສວ່າງກໍເກີດຂຶ້ນ ເໝືອນບຸຄຄົລຜູ້ບໍ່ປະມາທ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່ ສັນນັ້ນ.
ເຮົານັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທ ຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນບໍ່ຫວັ່ນໄຫວຢ່າງນີ້ແລ້ວ ຍ່ອມນ້ອມຈິຕໄປເພື່ອຈຸຕູປະປາຕະຍານ ເຮົານັ້ນມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ ດັ່ງນີ້. ເຮົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ພຣາມນ໌ ວິຊຊາທີ ໒ ນີ້ແລ ເຮົາໄດ້ບັນລຸແລ້ວ ໃນມັຊຊິມະຍາມແຫ່ງຣາຕຣີ ກຳຈັດອະວິຊຊາເສຍໄດ້ ວິຊຊາກໍເກີດຂຶ້ນ ກຳຈັດຄວາມມືດເສຍໄດ້ ຄວາມສວ່າງກໍເກີດຂຶ້ນ ເໝືອນບຸຄຄົລຜູ້ບໍ່ປະມາທ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່ ສັນນັ້ນ.

ເຮົານັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທ ຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນບໍ່ຫວັ່ນໄຫວຢ່າງນີ້ແລ້ວ ຍ່ອມນ້ອມຈິຕໄປເພື່ອອາສະວັກຂະຍະຍານ ໄດ້ຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣທ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ ເຫລົ່ານີ້ອາສະວະ ນີ້ເຫຕເກີດແຫ່ງອາສະວະ ນີ້ຄວາມດັບແຫ່ງອາສະວະ ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງອາສະວະ ເມື່ອເຮົານັ້ນຮູ້ເຫັນຢ່າງນີ້ແລ້ວ ຈິຕກໍຫລຸດພົ້ນຈາກກາມາສະວະ ພະວາສະວະ ອະວິຊຊາສະວະ ເມື່ອຈິຕຫລຸດພົ້ນແລ້ວ ກໍມີຍານຢັ່ງຮູ້ວ່າ ຫລຸດພົ້ນແລ້ວ ໄດ້ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ. ພຣາມນ໌ ວິຊຊາທີ ໓ ນີ້ແລ ເຮົາໄດ້ບັນລຸແລ້ວ ໃນປັຈສິມຍາມແຫ່ງຣາຕຣີ ກຳຈັດອະວິຊຊາເສຍໄດ້ ວິຊຊາກໍເກີດຂຶ້ນ ກຳຈັດຄວາມມືດເສຍໄດ້ ຄວາມສວ່າງກໍເກີດຂຶ້ນ ເໝືອນບຸຄຄົລຜູ້ບໍ່ປະມາທ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່ ສັນນັ້ນ.

ພຣາມນ໌! ທ່ານອາດມີຄວາມຄິດຢ່າງນີ້ວ່າ ແມ່ນແຕ່ວັນນີ້ພຣະສະມະນະໂຄດົມຍັງບໍ່ປາສະຈາກຣາຄະ ຍັງບໍ່ປາສະຈາກໂທສະ ຍັງບໍ່ປາສະຈາກໂມຫະແນ່ນອນ ເພາະສະນັ້ນ ຈຶ່ງຍັງເສພເສນາສະນະອັນສງັດ ທັງທີ່ເປັນປ່າແລະປ່າປ່ຽວຢູ່ ດັ່ງນີ້, ພຣາມນ໌ ໃນຂໍ້ນີ້ ທ່ານຢ່າເຫັນຢ່າງນັ້ນ.

ພຣາມນ໌! ເຮົາເຫັນອຳນາຈປະໂຍຊນ໌ ໒ ປະກາຣຄື ເຫັນຄວາມຢູ່ເປັນສຸຂໃນປັຈຈຸບັນ ແລະເພື່ອອະນຸເຄາະຊົນຜູ້ເກີດໃນພາຍຫລັງ ຈຶ່ງເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ.

ຊົນຜູ້ເກີດໃນພາຍຫລັງນີ້ ທ່ານພຣະໂຄດົມອະນຸເຄາະຢູ່ແລ້ວ ເພາະທ່ານເປັນພຣະອະຣະຫັນຕະສັມມາສັມພຸທທະ.

ຂ້າແຕ່ທ່ານພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ທ່ານພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງທ່ານພຣະໂຄດົມ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໒໓-໓໑/໒໗-໕໒
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ